ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນເຊົ້າວັນທີ 30 ກັນຍາ 2022 ນີ້, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ແຂວງອັດຕະປື ພ້ອມດ້ວຍຄະນະນຳຂອງແຂວງ ແລະ ເມືອງຊານໄຊ ໄດ້ລົງຢ້ຽມຢາມ ແລະ ໃຫ້ການຊ່ວຍເຫຼືອປະຊາຊົນ ທີ່ບ້ານ ຈະເລີນໄຊ ເມືອງຊານໄຊ ທີ່ໄດ້ຮັບຜົນກະທົບຈາກ ພະຍຸໄຕ້ຝຸ່ນ ໂນລູ ໃນລະ ຫວ່າງວັນທີ 28 ກັນຍາ 2022 ທີ່ຜ່ານມານ.
ການລົງຢ້ຽມຢາມ, ຊ່ວຍເຫຼືອ ໃນຄັ້ງນີ້ ທ່ານ ເຈົ້າແຂວງ ພ້ອມດ້ວຍຄະນະ ກໍ່ໄດ້ຮັບຟັງ ການລາຍງານ ກ່ຽວກັບສະພາບ ການເສຍຫາຍ, ເປ້ເພເຮືອນຊານ ແລະ ສິ່ງຂອງອື່ນໆ… ຈາກທ່ານ ເຈົ້າເມືອງ ຊານໄຊ ແລະ ຈາກປະຊາຊົນ ຄອບຄົວຜູ້ທີ່ຖືກຜົນກະທົບຕົວຈິງຈຳນວນໜຶ່ງ. ເຊິ່ງມີຜົນເສຍຫາຍຄື: ໝູຈຳນວນ 3 ໂຕ, ສັດປິກ 36 ໂຕ, ຄວຍ 3 ໂຕ, ໜອງປາ 2 ໜອງ, ສວນມັນຕົ້ນ 29 ເຮັກຕາ, ເຂົ້າເປືອກປະມານ 2 ໂຕນ, ໂຮງສີເຂົ້າ 1 ໂຮງ, ລົດຈັກ 1 ຄັນ, ຕູເຢັນ 1 ເຄື່ອງ, ເຮືອນ ຄົວໂຮງຮຽນ 1 ຫຼັງ, ໄມ້ເຄື່ອງເຮືອນ 25 ໂຕ, ເຮືອນອົບຜົນພະລິດກະສີກຳ 1 ຫຼັງ, ເສັ້ນທາງມີການຕັດຂາດ, ເຊາະເຈື່ອນ 10 ກວ່າຈຸດ, ຂົວມີການເປ້ເພ, ເຊາະເຈື່ອນ ຕັດຂາດ 5 ຈຸດ, ສັນຍານໂທລະສັບໄຊ້ການບໍ່ໄດ້, ສາຍໄຟຖຶກຕັດຂາດບາງຈຸດ, ຕົ້ນໄມ້ລົ້ມທັບເສົາໄຟຟ້າຫັກບາງຈຸດ, ໂຮງຮຽນຖຶກນ້ຳຖ້ວມ 7 ຫຼັງ ເຮັດໃຫ້ອຸປະກອນເສຍຫາຍພໍສົມຄວນ, ບ່ອນ ພັກພະນັກງານ ແລະ ສຸກສາລາຖືກນໍ້າຖ້ວມ 2 ຫຼັງ ພ້ອມອຸປະກອນການເເພດເສຍຫາຍ ແລະ ປະຊາຊົນທີ່ຖືກຜົນກະ ທົບຈາກໄຟພິບັດຄັ້ງນີ້ມີທັງໝົດ 36 ຄອບຄົວ ສະເພາະບ້ານຈະເລີນໄຊ. ພ້ອມດຽວກັນ ຄະນະນຳຂອງແຂວງ ກໍ່ໄດ້ໃຫ້ການຊ່ວຍເຫຼືອພໍ່ແມ່ ປະຊາຊົນໃນເບື້ອງ ຕົ້ນເປັນປະເພດເຄື່ອງຂອງບໍລິໂພກ ແລະ ອຸປະໂພກ ຈຳນວນໜຶ່ງທີ່ຈຳເປັນຄື: ເຂົ້າສານ, ມີ່, ປາປ໋ອງ, ນ້ຳດື່ມ, ຜ້າຫົ່ມ, ແພເຊັດໂຕ, ແຟບຊັກເຄື່ອງ, ສະບູອາບນ້ຳ, ຖົງຍັ່ງຊິບ, ນ້ຳມັນກາຊວນ, ຢາຮັກສາພະຍາດ ແລະ ເຄື່ອງອຸປະກອນສຳລັບສ້ອມແປງເຮືອນຊານ ແລະ ໂຮງຮຽນທີ່ເປ້ເພ ຈຳນວນໜຶ່ງເຊັ່ນ: ຕະປູໝວກ, ຕະປູຕອກໄມ້ ແລະ ສັງກະສີ. ເຊິ່ງລວມມູນຄ່າທັ້ງໝົດແມ່ນປະມານ 66.950.000 ກີບ ນອກນີ້ ທ່ານ ເຈົ້າແຂວງ ພ້ອມດ້ວຍຄະ ນະ ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ: ພາຍຫລັງສໍາເລັດການ ຄົ້ນຄວ້າຂໍ້ມູນລະອຽດແລ້ວ ຈະໄດ້ນໍາໃຫ້ການຊ່ວຍເຫລືອຕື່ມອີກ ພ້ອມແຕ່ງຕັ້ງໃຫ້ຄະນະນຳ ຂອງເມືອງຊານໄຊ ແລະ ຄະນະຄຸ້ມຄອງໄພພິບັດ ຂັ້ນເມືອງ, ຂັ້ນແຂວງພ້ອມກັນຈັດຕັ້ງ ປະຕິບັດເພື່ອຊ່ວຍເຫຼືອສ້ອມແປງເຮືອນຊານ, ໂຮງຮຽນ ແລະ ສຸກສາລາ ທີ່ເປ້ເພໃຫ້ຮີບດ່ວນ.
ຂ່າວ-ພາບ ວິໄລສັກ ແກ້ວຫຼວງໂຄດ
May be an image of body of water

Fatal error: Uncaught ErrorException: md5_file(/home/lnrorg/public_html/wp-content/litespeed/css/b73bfcdcec3e4c26d0cfee0c7dca7a24.css.tmp): Failed to open stream: No such file or directory in /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php:130 Stack trace: #0 [internal function]: litespeed_exception_handler(2, 'md5_file(/home/...', '/home/lnrorg/pu...', 130) #1 /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php(130): md5_file('/home/lnrorg/pu...') #2 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(837): LiteSpeed\Optimizer->serve('https://lnr.org...', 'css', true, Array) #3 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(330): LiteSpeed\Optimize->_build_hash_url(Array) #4 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(264): LiteSpeed\Optimize->_optimize() #5 /home/lnrorg/public_html/wp-includes/class-wp-hook.php(324): LiteSpeed\Optimize->finalize('<!DOCTYPE html>...') #6 /home/lnrorg/public_html/wp-includes/plugin.php(205): WP_Hook->apply_filters('<!DOCTYPE html>...', Array) #7 /home/lnrorg/public_html/wp-content/plugins/litespeed-cache/src/core.cls.php(477): apply_filters('litespeed_buffe...', '<!DOCTYPE html>...') #8 [internal function]: LiteSpeed\Core->send_headers_force('<!DOCTYPE html>...', 9) #9 /home/lnrorg/public_html/wp-includes/functions.php(5373): ob_end_flush() #10 /home/lnrorg/public_html/wp-includes/class-wp-hook.php(324): wp_ob_end_flush_all('') #11 /home/lnrorg/public_html/wp-includes/class-wp-hook.php(348): WP_Hook->apply_filters(NULL, Array) #12 /home/lnrorg/public_html/wp-includes/plugin.php(517): WP_Hook->do_action(Array) #13 /home/lnrorg/public_html/wp-includes/load.php(1260): do_action('shutdown') #14 [internal function]: shutdown_action_hook() #15 {main} thrown in /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php on line 130