ສະຖານີວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ ລາຍງານວ່າ: ຕອນບ່າຍວັນທີ 14 ກຸມພາ 2025 , ທ່ານບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງ ອຸດົມໄຊ ພ້ອມດ້ວຍການນຳຂັ້ນແຂວງ ເມືອງ ເຄື່ອນໄຫວສຳຫລວດພື້ນທີເກີດເຫດໄຟໄໝ້ແລ້ວເກີດລະເບີດຮຸນແຮງຢູ່ບ້ານນາໝີ, ເມືອໄຊ ໃນຕອນເຊົ້າມື້ນີ້ ເພື່ອຫາວີທີແກ້ໄຂສຸກເສີນ ແລະ ບັນເທົາທຸກແກ່ຄອບຄົວທີ່ໄດ້ຮັບຜົນກະທົບຈາກເຫດການຄັ້ງນີ້. ພ້ອມທັງແນະນຳໃຫ້ເຈົ້າຫນ້າທີ່ ຮີບຮ້ອນແກ້ໄຂເສັ້ນທາງເພື່ອໃຫ້ລົດກັບມາສັນຈອນໄດ້ປົກກະຕິ.
ພ້ອມກັນນີ້ທ່ານຍັງໃຫ້ກຳລັງໃຈທຸກພາກສ່ວນທີ່ໄດ້ຊ່ວຍກັນ ໃນການດັບໄຟຄັ້ງນີ້ ແລະ ສະແດງຄວາມເສຍໃຈຕໍ່ກັບຄອບຄົວຜູ້ທີເສຍຊີວິດ ຊັບສີນ ແລະ ອື່ນໆ ໃນຄັ້ງນີ້ດ້ວຍ.
ສໍາລັບເຫດໄຟໄໝ້ໃນຄັ້ງນີ້ ຕາມຂໍ້ມູນເບື້ອງຕົ້ນມາຮອດເວລາ 17 ໂມງຂອງ ມື້ນີ້ ມີຜູ້ເສຍຊີວິດ 4 ແລະ ບາດເຈັບສາຫັດ 3 ຄົນ.






