ວັນທີ 21 ກຸມພາ 2024 ນີ້ ທີ່ກອງບັນຊາການ ປກສ ນະຄອນ ຫຼວງພະບາງ ໄດ້ຈັດກອງປະຊຸມສຶກສາອົບຮົມການເມືອງແນວຄິດ ໃຫ້ກຸ່ມນັກຂັບຂີ່ທີ່ມີການດັດແປງສະພາບເຕັກນິກລົດ, ກຸ່ມແກ້ງແຂ່ງລົດ ຢູ່ເທດສະບານນະຄອນ ຫຼວງພະບາງ, ໂດຍເປັນປະທານຂອງ ພັນໂທ ໄວຍາສັກ ຄຳພິຈິດ ຮອງຫົວໜ້າກອງບັນຊາການ ປກສ ນະຄອນ ຜູ້ຊີ້ນຳວຽກງານຕຳຫຼວດ, ມີຫົວໜ້າ-ຮອງຫົວໜ້າພະແນກການຕຳຫຼວດ, ຜູ້ຊີ້ນຳວຽກງານຈະລາຈອນ, ພ້ອມດ້ວຍ ວິຊາການ, ໄວໜຸ່ມນັກຂັບຂີ່ ແລະຜູ້ປົກຄອງເຂົ້າຮ່ວມ. ພິທີ ພັນຕີ ສັງຄົມ ແສງດາລາ ຫົວໜ້າກອງຈະລາຈອນ ກອງບັນຊາການ ປກສ ນະຄອນ ໄດ້ລາຍງານ ວ່າ: ການແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນຕົວເມືອງນະຄອນ ຫຼວງພະບາງ ໄດ້ພົບເຫັນຜູ້ກະທຳຜິດ ຈັດຕັ້ງກັນເປັນກຸ່ມ-ແກ້ງ ຂີ່ລົດເປັນ ສ້າງຄວາມບໍ່ສະຫງົບ ແລະຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ການ ສັນຈອນໄປມາ ຂອງປະຊາຊົນ, ພໍ່ຄ້າຊາວຂາຍ, ນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດ ເຊີ່ງຈະເປັນສາເຫດ ທີ່ຈະພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະຫນົນ, ສ້າງຄວາມເສຍຫາຍທາງດ້ານ ຊັບສິນ ຂອງລັດ, ບຸກຄົນ, ສຸຂະພາບ ແລະຊີວິດ, ທັງເປັນການສ້າງ ຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ, ເຊີ່ງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ສ້າງແຜນ ຈັດວາງ ກໍາລັງ ອອກເຄືອນໄຫວສະກັດກັ້ນ ດ້ວຍຫຼາຍຮູບແບບ ຫຼາຍວິທີ ລວມຈໍານວນ 07 ຄັ້ງ ມີ 90 ແຮງງານ ສາມາດສະກັດຈັບລົດຈັກ ທີ່ລະເມີດ ດັດແປງໃສ່ທໍ່ອາຍເສຍສຽງດັງມີຈໍານວນ 22 ຄັນ, ລົດລະເມີດ ດັດແປງໃສ່ຢາງນ້ອຍຫນ້າ – ຫຼັງ ຈໍານວນ 13 ຄັນ, ລົດລະເມີດດັດແປງ ປາດເບາະຈໍານວນ 02 ຄັນ, ລົດລະເມີດ ບໍ່ໃສ່ແວ່ນຊ່ອງຂ້າງ ຫຼື ຊ່ອງຫຼັງ ຈໍານວນ 10 ຄັນ ແລະລົດທີ່ມີເອກະສານຈໍານວນ 12 ຄັນ. ໂອກາດນີ້ ພັນໂທ ໄວຍະສັກ ພົງພິຈິດ ໄດ້ມີຄຳເຫັນໂອ້ລົມ ຕໍ່ນັກຂັບຂີ່ ທີ່ໄດ້ປະພຶດຜິດຕໍ່ກົດລະບຽບຈະລາຈອນ ໄດ້ຮັບຮູ້ ແລະເຂົ້າໃຈເພື່ອປັບປຸງແກ້ໄຂ ຫັນເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍ ຫຼີກລ້ຽງຫາງສຽງສັງຄົມໃນທາງທີ່ບໍ່ດີ, ນອກນັ້ນ ທ່ານໄດ້ເນັ້ນຕໍ່ນັກຂີ່ໃຫ້ມີການປັບປຸງເຕັກນິກ ສະພາບລົດໃຫ້ກັບຄືນສູ່ສະພາບເດີມ ປະຕິບັດການຂັບຂີ່ຕາມກົດລະບຽບຈະລາຈອນ ປະກອບສ່ວນສ້າງຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະມີສະຕິໃນການໃຊ້ລົດໃຊ້ຖະໜົນ, ອັນຈະສ້າງຄວາມເສຍຫາຍຕໍ່ສັງຄົມ, ນັກທ່ອງທ່ຽວ ແຂກທັງພາຍໃນ ແລະຕ່າງປະເທດ.
ຂ່າວໂດຍ: ສົມພອນ ວິໄລຜົນ ຫ້ອງການ ຖວທ ນະຄອນຫຼວງພະບາງ.






