ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າໜ້າທີ່ການຄ້າ ລາວ-ຫວຽດນາມ ເຄື່ອນໄຫວຕິດຕາມສະພາບການດໍາເນີນທຸລະກິດຢູ່ລາວ

Dec 9, 2024

ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ກະຊວງ ອຄ (ລາວ) ນຳພາ ກົມໃຫຍ່ຄຸ້ມຄອງຕະຫຼາດ ກະຊວງ ອຄ ສສ ຫວຽດນາມ ລົງຕິດຕາມພາກທຸລະກິດຢູ່ Big C ແລະ ຢູ່ວັງວຽງ ແນໃສ່ແລກປ່ຽນບົດ ແລະ ປ້ອງກັນບັນຫາສິນຄ້າປອມແປງ​ ຕະຫລອດຮອດການດຳເນີນທຸລະກິດທີ່ຍັງບໍ່ສອດຄ່ອງ.
ເຈົ້າໜ້າທີ່ການຄ້າ ຝ່າຍ ລາວ ນຳພາໂດຍ ທ່ານ ສົມຊາຍ ນົງລາດ ຮອງຫົວກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ຜູ້ຊີ້ນຳວຽກງານກວດກາການຄ້າ ແລະ ແກ້ໄຂການລະເມີດທາງການຄ້າ ພ້ອມດ້ວຍຄະນະ ຝ່າຍ ຫວຽດນາມ ນຳພາໂດຍ ທ່ານ ເຈິນ ຮິວ ລິງ ຫົວໜ້າກົມໃຫຍ່ຄຸ້ມຄອງຕະຫຼາດ ກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ) ສສ ຫວຽດນາມ ພ້ອມດ້ວຍຄະນະ ລົງຕິດຕາມສະພາບການເຄື່ອນດຳເນີນທຸລະກິດຂອງບັນດາຫ້າງຮ້ານ ຢູ່ ຮ້ານສັບພະສິນຄ້າ Big C ITTEC ນະຄອນຫລວງວຽງຈັນ ແລະ ເຄື່ອນໄຫວຢູ່ເມືອງ ວັງວຽງ ແຂວງ ວຽງຈັນ.
ການເຄື່ອນໄຫວດັ່ງກ່າວ ກໍເພື່ອເປັນການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ໄດ້ລົງນາມໃນຄັ້ງວັນທີ 08 ເມສາ 2024 ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ແລະ ກົມໃຫຍ່ຄຸ້ມຄອງຕະຫຼາດ ກະຊວງອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ ໃນຂົງເຂດຄຸ້ມຄອງຕະຫຼາດໂດຍສະເພາະ ການເສີມຂະຫຍາຍການຮ່ວມມືສອງຝ່າຍ ແລະ ເປັນການແລກປ່ຽນບົດຮຽນ, ປະສົບການ ໃນຂົງເຂດຄຸ້ມຄອງຕະຫຼາດ ຕິດພັນກັບການຕ້ານ-ສະກັດກັ້ນ, ຕ້ານພຶດຕິກໍາການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທໍາ, ການຈໍາກັດການແຂ່ງຂັນ, ການລວມຕົວທາງທຸລະກິດ, ການຄ້າທີ່ລະເມີດລະບຽບກົດໝາຍ, ປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້.
ຕິດພັນກັບການແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຕະຫຼາດ ທີ່ຕິດພັນກັບກວດກາການຄ້າ, ການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນດາພຶດຕິກຳຄ້າຂາຍສິນຄ້ານອກລະບົບ, ຊື້ຂາຍສິນຄ້າປອມແປງ-ຮຽນແບບເຄື່ອງໝາຍການຄ້າ, ສິນຄ້າຕ້ອງຫ້າມ, ສິນຄ້າບໍ່ຮູ້ແຫຼ່ງກຳເນີດ, ການລະເມີດຊັບສິນທາງປັນຍາການລະເມີດກົດໝາຍກ່ຽວກັບຄຸນນະພາບ-ມາດຕະຖານ, ລາຄາ, ຄວາມປອດໄພຂອງອາຫານ, ການສໍ້ໂກງທາງດ້ານການຄ້າ ລວມທັງການດໍາເນີນທຸລະກິດ ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ ທີ່ກົມໃຫຍ່ຄຸ້ມຄອງຕະຫຼາດ, ກະຊວງອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ ທີ່ໄດ້ປະຕິບັດມີປະສິດທິຜົນໃນໄລຍະຜ່ານມາ.
ການເຄື່ອນໄຫວຊຸກຍູ້ຕິດຕາມຄັ້ງນີ້ ໄດ້ດໍາເນີນເປັນເວລາ 2 ວັນ ລະຫວ່າງວັນທີ 7-8 ທັນວາ 2024
ທີ່ມາ: ເສດຖະກິດ-ການຄ້າ