ກອງປະຊຸມເຈົ້າໜ້າທີ່ລະດັບສູງຂອງໜ່ວຍງານຄວບຄຸມຢາເສບຕິດ ແລະ ບັນດາປະເທດຜູ້ໃຫ້ທຶນເພື່ອແກ້ໄຂບັນຫາຢາເສບຕິດ ຢູ່ ສປປ ລາວ ໄດ້ຈັດຂຶ້ນໃນ ວັນທີ 8 ພະຈິກ ນີ້ ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມ ຂອງ ທ່ານ ພົນຕີ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງ ປກສ, ທ່ານ ຊູໂຕມຸ ໂກຍຊູມິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ, ທ່ານ ມາສູດ ກາລີມີປົວ ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອຄວບຄຸມຢາເສບຕິດ ແລະ ຕ້ານອາຊະຍາກໍາປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ນຳສະເໜີສະພາບບັນຫາຢາເສບຕິດ, ຜົນສຳເລັດທີ່ພົ້ນເດັ່ນ ແລະ ສິ່ງທ້າທາຍກ່ຽວກັບບັນຫາຢາເສບຕິດຂອງ ສປປ ລາວ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ທິດທາງແຜນການໃນຕໍ່ໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດຮອດທ້າຍປີ 2025 ແລະ ນຳສະເໜີ ສະພາບລວມບັນຫາຢາເສບຕິດຢູ່ ສປປ ລາວ ແລະ ພາກພື້ນແມ່ນໍ້າຂອງ, ແຜນງານ ແລະ ການປະສານງານຂອງອົງການ UNODCD.
ທ່ານ ພົນຕີ ຄຳກິ່ງ ຜຸຍຫຼ້າມະນີວົງ ກ່າວວ່າ: ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນທຸກປີເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ປະຈໍາປີຂອງຂະບວນການໂຕະມົນໃນທ້າຍເດືອນພະຈິກ 2024 ໂດຍແມ່ນກະຊວງແຜນການ ແລະ ການລົງທຶນ ຈະເປັນເຈົ້າພາບ ຊຶ່ງບັນຫາຢາເສບຕິດຢູ່ໃນໂລກ ແລະ ພາກພື້ນໄດ້ມີການຂະຫຍາຍວົງກວ້າງ, ເພີ່ມທະວີຄວາມອັນຕະລາຍ ຊຶ່ງໄດ້ຕິດພັນກັບການເຊື່ອມໂຍງກັບບັນຫາການກໍ່ການຮ້າຍ, ອາຊະຍາກໍາຂ້າມຊາດ, ອາຊະຍາກໍາທາງໂທລະຄົມມະນາຄົມ, ອາຊະຍາກໍາທາງຄອມພິິວເຕີ, ອາຊະຍາກໍາທາງການຟອກເງິນ, ການຄ້າມະນຸດ ແລະ ອາຊະຍາກໍາອື່ນໆທີ່ໃຊ້ຄວາມຮຸ່ນແຮງປະເພດຕ່າງໆມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ, ກາຍເປັນໄພຂົ່ມຂູ່ຕໍ່ການສ້າງສາພັດທະນາເສດຖະກິດ – ສັງຄົມ – ວັດທະນະທຳ ກໍຄືຄວາມໝັ້ນຄົງຂອງພາກພື້ນ ແລະ ປະຊາຊາດຢູ່ໃນໂລກ.
ທ່ານກ່າວຕື່ມວ່າ: ໃນຊຸມປີທີ່ຜ່ານມາ, ລັດຖະບານລາວໄດ້ຖືເອົາການແກ້ໄຂບັນຫາຢາເສບຕິດເປັນວຽກງານບຸລິມະສິດ, ຈຳເປັນ ແລະ ຮີບດ່ວນ ຊຶ່ງໄດ້ຍົກຂຶ້ນເປັນວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດແຕ່ປີ 2021-2023 ແລະ ສືບຕໍ່ໄປຈົນໝົດປີ 2025 ໂດຍໄດ້ປັບປຸງບາງມາດຕາກ່ຽວກັບກົດໝາຍວ່າດ້ວຍຢາເສບຕິດ, ໄດ້ອອກນິຕິກຳເພື່ອໃຫ້ສອດຄ່ອງກັບສະພາບການຄວາມເປັນຈິງໃນປັດຈຸບັນ ໃນການແກ້ໄຂບັນຫາຢາເສບຕິດ. ໄດ້ເອົາໃຈໃສ່ໃນການໂຄສະນາສຶກສາອົບຮົມໃຫ້ທົ່ວປວງຊົນ ໂດຍສະເພາະແມ່ນໄວໜຸ່ມ ແລະ ນັກສຶກສາ ເພື່ອໃຫ້ເຂົາເຈົ້າເຂົ້າໃຈເຖິງພິດໄພອັນຕະລາຍຈາກຢາເສບຕິດຢ່າງຕໍ່ເນື່ອງ, ໄດ້ຈັດຕັ້ງປະຕິບັດໂຄງການພັດທະນາທາງເລືອກທົດແທນການປູກພືດທີ່ມີສານເສບຕິດຢູ່ບັນດາແຂວງພາກກາງ ແລະ ພາກເໜືອຂອງລາວ, ໄດ້ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດຂຶ້ນທັງໝົດ 14 ແຫ່ງເພື່ອບຳບັດ, ປິ່ນປົວ, ຟື້ນຟູສຸຂະພາບ, ໃຫ້ຄໍາປຶກສາແກ່ຜູ້ຕິດຢາເສບຕິດ ແລະ ຈັດຝຶກອົບຮົມວິຊາຊີບທີ່ຈໍາເປັນໃຫ້ແກ່ພວກເຂົາເຈົ້າ, ເພື່ອກັບຄືນມາເປັນຄົນດີຂອງຄອບຄົວ ແລະ ສັງຄົມ, ໄດ້ໃຫ້ຄວາມສໍາຄັນຕໍ່ກັບການປະຕິບັດມາດຕະການດ້ານກົດໝາຍໂດຍເຈົ້າໜ້າທີ່ລາວເຮົາສາມາດມ້າງໄດ້ຫຼາຍຄະດີສຳຄັນ, ຢຶດຢາເສບຕິດ ແລະ ສານເຄມີຕັ້ງຕົ້ນໄດ້ຈຳນວນຫຼາຍ.
ນອກຈາກນັ້ນ, ໄດ້ເອົາໃຈໃສ່ໃຫ້ການຮ່ວມມື, ແລກປ່ຽນບົດຮຽນ, ຂໍ້ມູນ-ຂ່າວ ສານ, ປະສົບການກັບບັນດາປະເທດເພື່ອນມິດສາກົນ ແລະ ອົງການຈັດຕັ້ງສາກົນຕ່າງໆ ເປັນຕົ້ນແມ່ນໄດ້ສ້າງສູນປະສານງານແມ່ນ້ຳຂອງປອດໄພ, ສູນປະສານງານແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ຫ້ອງການປະສານງານຕາມຊາຍແດນ ຫຼື BLOs ເພື່ອເປັນຈຸດປະສານງານ, ແລກປ່ຽນບົດຮຽນ ແລະ ຂໍ້ມູນ-ຂ່າວສານເພື່ອແກ້ໄຂບັນຫາຢາເສບຕິດຮ່ວມກັນ, ໂອກາດນີ້ສະແດງຄວາມຂອບໃຈຕໍ່ລັດຖະບານ ສສ ຫວຽດ ນາມ, ສປ ຈີນ, ຣາຊະອານາຈັກ ໄທ, ອົສຕຣາລີ, ຍີ່ປຸ່ນ, ສ ເກົາຫຼີ ແລະ ບັນດາປະເທດອື່ນໆລວມທັງອົງການ UNODC ທີ່ໄດ້ໃຫ້ການຊ່ວຍເຫຼືອ, ອູ້ມຊູ ແລະ ສະໜັບສະ ໜູນເຂົ້າໃນວຽກງານແກ້ໄຂບັນຫາຢາເສບຕິດຢູ່ ສປປ ລາວ.
ຂ່າວ-ພາບ: ສຳນານ, ໜັງສືພິມປະຊາຊົນ




