ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານອັກຄີໄຟ ຮຽກຮ້ອງສັງຄົມນໍາໃຊ້ໄຟຢ່າງມີສະຕິໃນໄລຍະບຸກອອກພັນສາ
ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄຟ ນະຄອນ ຫຼວງວຽງຈັນ ຮຽກຮ້ອງມາຍັງສັງຄົມເພີ່ມສະຕິໃນການຊົມໃຊ້ໄຟໃຫ້ສູງຂຶ້ນກວ່າເກົ່າ ແລະ ເດັດຂາດບໍ່ໃຫ້ຈູດໝາກກະໂພກ ເຊິ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ເກີດອັກຄີໄພໃນໄລຍະຜ່ານມາ.

ທ່ານ ພັນໂທ ບຸນຍົງ ໄຊປັນຍາ ຮອງຫົວໜ້າພະແນກຕຳ ຫຼວດສະກັດກັ້ນ ແລະ ຕ້ານອັກຄີໄຟ ນະຄອນຫຼວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ໃນໄລຍະບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ, ເມືອງຈັນທະບູລີ, ນະຄອນ ຫລວງວຽງຈັນ ປະຈໍາປີ 2024. ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄຟ, ນະ ຄອນຫຼວງວຽງຈັນ ໄດ້ວາງກໍາລັງ ພ້ອມ ດ້ວຍພາຫະນະ ແລະ ອຸປະກອນທີ່ຈໍາເປັນຄົບຊຸດ ປະຈໍາຢູ່ 2 ຈຸດ ຄື: ຢູ່ກອງ ພັນເຄື່ອນທີ່ 22 ຄົນ ແລະ ຢູ່ຫ້ອງການບ້ານໜອງທາ 28 ຄົນ ເພື່ອພ້ອມປະຕິບັດໜ້າທີ່ເມື່ອມີອັກຄີໄພເກີດຂຶ້ນ.
ໃນໄລຍະຜ່ານມາ, ການຈູດໝາກກະໂພດ ນອກຈາກເຮັດໃຫ້ມີສຽງເນືອງນັນ ແລະ ເບໍ່ເປັນລະບຽບຮຽບຮ້ອຍ ຍັງເປັນສາເຫດ “ໜຶ່ງທີ່ເຄີຍເຮັດໃຫ້ມີອັກຄີໄພເກີດຂຶ້ນ, ສະນັ້ນ ທຸກຄົນບໍ່ຄວນຈູດໝາກກະໂພກຢ່າງເດັດຂາດ. ນອກຈາກນີ້ ການຊົມໃຊ້ໄຟຟ້າ ແລະ ການໄຕ້ທູບຈູດທຽນບູຊານຕ່າງໆ ຕ້ອງມີສະຕິລະ ວັງໃຫ້ສູງຂຶ້ນກວ່າເກົ່າ. ກ່ອນອອກຈາກເຮືອນທຸກຄັ້ງຕ້ອງມອດດັບໃຫ້ຮຽບຮ້ອຍຈິ່ງອອກໄປ. ຄຽງຄູ່ກັນນີ້ ການສາກໄຟລົດຊະ ນິດຕ່າງໆ ບໍ່ຄວນສາກປະໄວ້ແລ້ວອອກຈາກເຮືອນ ເພາະນີ້ເປັນອີກໜຶ່ງສາເຫດໃໝ່ທີ່ເຮັດໃຫ້ມີອັກຄີໄພເກີດຂຶ້ນ.
ທ່ານ ພັນໂທ ບຸນຍົງ ໄຊປັນຍາ ໃຫ້ຮູ້ຕື່ມວ່າ: ຖ້າຫາກມີອັກຄີ ໄພເກີດຂຶ້ນ ໃຫ້ຕິດຕໍ່ຫາ 1190 ໂດຍດ່ວນ ໂດຍໃຫ້ໂທຢູ່ໃກ້ຄຽງຈຸດເກີດເຫດ ເພາະໜ່ວຍງານກ່ຽວ ຂ້ອງມີເຄື່ອງຈັບສັນ ຍານວ່າມັນເກີດຢູ່ຈຸດໃດ ພ້ອມນີ້ຕ້ອງບອກເສັ້ນທາງທີ່ຈະເຂົ້າໄປຫາຈຸດເກີດເຫດໃຫ້ຊັດເຈນ ເພື່ອໃຫ້ທັນກັບສະພາບການທີ່ເກີດຂຶ້ນ.


