ເຈົ້າໜ້າທີ່ອາວຸໂສລາວ-ໄທ ຫາລືວ່າດ້ວຍການຮ່ວມມືເພື່ອຄວບ ຄຸມຢາເສບຕິດຄັ້ງທີ 20
ກອງປະຊຸມສອງຝ່າຍລາວ-ໄທ ລະດັບ ເຈົ້າໜ້າທີ່ອາວຸໂສວ່າດ້ວຍການຮ່ວມມື ເພື່ອຄວບຄຸມຢາເສບຕິດ ຄັ້ງທີ 20 ໄດ້ຈັດຂຶ້ນໃນວັນທີ 24 ທັນວາ 2024 ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ຝ່າຍລາວ ນໍາໂດຍ ທ່ານ ພັນເອກ ຈັນທອນ ເຮືອງຄໍາໄຊ ຫົວໜ້າຫ້ອງການ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ແຫ່ງ ສປປ ລາວ ແລະ ຝ່າຍໄທ ນໍາໂດຍ ທ່ານ ພົນໂທ ພານຸລັດ ຫຼັກບຸນ ເລຂາທິການຄະນະກໍາມະການ ສໍານັກງານປ້ອງກັນ ແລະ ປາບປາມຢາເສບຕິດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ທັງສອງຝ່າຍໄດ້ມີການປຶກສາຫາລືກັນຫຼາຍບັນຫາ ເພື່ອກະກຽມນໍາສະເໜີໃນກອງປະຊຸມສອງຝ່າຍ ລາວ-ໄທ ລະດັບລັດຖະມົນຕີ ວ່າດ້ວຍການຮ່ວມມືເພື່ອຄວບຄຸມຢາເສບຕິດ ຄັ້ງທີ 20 ເປັນຕົ້ນແມ່ນ: ສົ່ງເສີມກົນໄກ ແລະ ຊ່ອງ ທາງ ໃນການປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວສານດ້ານການສືບຂ່າວ, ການສືບສວນ ແລະ ປາບປາມຢາເສບຕິດຮ່ວມກັນ ທັງໃນລະດັບໜ່ວຍງານຂັ້ນສູນກາງດ້ານຢາເສບຕິດ, ລະດັບແຂວງ-ຈັງຫວັດ ແລະ ລະດັບທ້ອງຖິ່ນ ມາໃຊ້ໃຫ້ເກີດປະສິດທິ ພາບຍິ່ງຂື້ນ; ສົ່ງເສີມການຮ່ວມມື ດ້ານການສືບສວນປາບປາມທໍາລາຍເຄືອຂ່າຍຜູ້ຄ້າຢາເສບຕິດ, ສານເຄມີ, ສານເຄມີຕົ້ນ ແລະ ຂະຫຍາຍການຮ່ວມມືໃນການກວດກາຊັບສິນ ເພື່ອໃຫ້ການສືບ ສວນຂະຫຍາຍຜົນ, ຕັດວົງຈອນເຄືອຂ່າຍທາງການເງິນ ແລະ ການຄ້າຂາຍຢາເສບຕິດ, ສານເຄມີ ແລະ ສານເຄມີຕົ້ນ ພາຍໃຕ້ກົດໝາຍ ແລະ ຂະບວນຍຸຕິທໍາ; ຫາລື ການເຝົ້າລະວັງ, ສະກັດກັ້ນ ແລະ ຄວບຄຸມການນໍາເຂົ້າ-ສົ່ງອອກ ສານເຄມີ ທີ່ບໍ່ໄດ້ຢູ່ພາຍໃຕ້ການຄວບຄຸມ ຫຼື ວັດຖຸອັນຕະລາຍທີ່ສ່ຽງຕໍ່ການຮົ່ວໄຫຼ ແລະ ນໍາໄປໃຊ້ໃນການລັກລອບຜະລິດຢາເສບຕິດ; ປຶກສາຫາລື ເພື່ອສະໜັບສະໜູນ ແລະ ສົ່ງເສີມ ການປະຕິບັດງານຕາມແຜນປະຕິບັດການແມ່ນໍ້າຂອງປອດໄພ 6 ປະເທດ: ກໍາປູເຈຍ, ຈີນ, ມຽນມາ, ລາວ, ໄທ ແລະ ຫວຽດນາມ ປີ 2023-2024 ແລະ ແຜນປະຕິບັດການສາມຫຼຽມຄໍາ 1511 (ແຜນປະຈໍາປີ); ປຶກ ສາຫາລື ເພື່ອສົ່ົງເສີມບົດບາດກົນໄກ ພາຍໃຕ້ການຮ່ວມມືລະຫວ່າງ ແຂວງ ແລະ ຈັງຫວັດ, ການຮ່ວມມືລະຫວ່າງ ຫ້ອງການປະສານງານຄວບຄຸມຢາເສບຕິດຕາມຊາຍແດນ ແລະ ສ້າງໜູ່ບ້ານຄູ່ຂະໜານປອດຢາເສບຕິດລຽບຕາມຊາຍແດນ ລາວ-ໄທ; ປຶກສາກາລື ເພື່ອສົ່ງເສີມການຮ່ວມມືຮອບດ້ານ ການກວດພິສູດວິໄຈຢາເສບຕິດ; ປຶກສາຫາລື ເພື່ອສະໜັບສະໜູນການແລກ ປ່ຽນຄວາມຮູ້: ປະສົບການດ້ານການປິ່ນປົວ ແລະ ຟື້ນຟູສຸຂະ ພາບຜູ້ຕິດຢາເສບຕິດ ໃນລະດັບຊຸມຊົນ ແລະ ຢູ່ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ; ປຶກສາຫາລື ເພື່ອສະ ໜັບສະໜູນການປ້ອງກັນໂຄສະນາຜົນຮ້າຍຂອງຢາເສບຕິດ ໃນກຸ່ມເປົ້າໝາຍຕ່າງໆ ຕະຫຼອດຈົນຮອດການສະໜັບສະໜູນກິດຈະກໍາການດໍາເນີນງານ, ວັດຖຸ, ອຸປະກອນທີ່ກ່ຽວຂ້ອງ ແລະ ຫາລືວຽກງານອື່ນໆທີ່ກ່ຽວຂ້ອງ.
ທັງນີ້, ກໍເພື່ອນຳເອົາຜົນການປຶກສາຫາລືໃນຄັ້ງນີ້ ນໍາສະເໜີຕໍ່ກອງປະຊຸມສອງຝ່າຍ ລາວ-ໄທ ລະດັບລັດຖະມົນຕີ ວ່າດ້ວຍການຮ່ວມມືເພື່ອຄວບຄຸມຢາເສບຕິດ ຄັ້ງທີ 20 ເພື່ອຮັບຮອງເອົາ ແລະ ພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ຕາມຄາດໝາຍທີ່ວາງໄວ້.
ພາບ-ຂ່າວ: ລັດດາວັນ





