ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າໜ້າທີ່ອາວຸໂສວັດທະນະທຳ-ສັງຄົມອາຊຽນ ທົບທວນຄືນຜົນຂອງບັນດາກອງປະຊຸມທີ່ຜ່ານມາ

Sep 26, 2024

ວັນທີ 25 ກັນຍາ 2024 ນີ້ ກອງປະຊຸມເຈົ້າໜ້າທີ່ອາວຸໂສເສົາຄ້ຳວັດທະນະທໍາ-ສັງຄົມອາຊຽນ ຄັ້ງທີ 37 ຈັດຂຶ້ນທີ່ໂຮງແຮມແລນມາກ ຣີເວີໄຊ ນະຄອນຫລວງວຽງຈັນ ເພື່ອປຶກສາຫາລື ແລະ ທົບທວນຄືນ ຫລາຍບັນຫາສຳຄັນ ຂອງບັນດາກອງປະຊຸມກ່ຽວຂ້ອງ ທີ່ໄດ້ຈັດຂຶ້ນຜ່ານມາ ໂດຍການເປັນປະທານຂອງ ທ່ານ ຄຳພູ ເພັຍສັກຂາ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທັງເປັນຫົວ ໜ້າເຈົ້າໜ້າທີ່ອາວຸໂສວັດທະນະທຳ-ສັງຄົມອາຊຽນ ຂອງ ສປປ ລາວ ໂດຍມີບັນດາເຈົ້າໜ້າທີ່ອາວຸໂສເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ, ປະເທດຕີມໍແລັດສະເຕ, ຮອງເລຂາທິການໃຫຍ່ອາຊຽນ ແລະ ຄະນະຜູ້ແທນຈາກ ປະເທດສະມາ ຊິກອາຊຽນ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານຜົນຂອງບັນດາກອງປະຊຸມທີ່ກ່ຽວຂ້ອງ ຈໍານວນໜຶ່ງ ເປັນຕົ້້້ນ ກອງປະຊຸມໜ່ວຍງານພັດທະນາແຜນຍຸດທະສາດ ວຽກງານວັດທະນະທໍາ-ສັງຄົມອາຊຽນ ຫລັງປີ 2025 ເຊິ່ງລວມທັງຜົນລາຍງານຄວາມຄືບໜ້າການສະຫລຸບທ້າຍສະໄໝ ການຈັດຕັ້ງປະຕິບັດແຜນຍຸດທະສາດ ຂອງເສົາຄ້ຳວັດທະ ນະທໍາ-ສັງຄົມອາຊຽນ 2025. ພ້ອມນີ້, ຍັງໄດ້ປຶກສາຫາລື ກ່ຽວກັບທິດທາງແຜນການໃນຕໍ່ໜ້າ ແລະ ກອງປະຊຸມໜ່ວຍງານວ່າດ້ວຍຖະແຫລງການກ່ຽວກັບວັດທະນະທໍາ ການປ້ອງກັນເຫດ ຄັ້ງທີ 7 ເພື່ອທົບທວນຄືນ ບັນດາແຜນວຽກທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ລວມທັງການຄົ້ນຄວ້າປຶກຫາລືແຜນວຽກຈໍານວນໜຶ່ງ ແນໃສ່ຊຸກຍູ້ສົ່ງ ເສີມການຈັດຕັ້ງຜັນຂະຫຍາຍຖະແຫລງການດັ່ງກ່າວ ໃຫ້ມີປະສິດທິຜົນຍິ່ງຂຶ້ນ.
ພ້ອມກັນນີ້, ຜູ້ແທນກອງປະຊຸມຍັງໄດ້ປຶກຫາສາລື ແລະ ທົບທວນຄືນຢ່າງລະອຽດຖີ່ຖ້ວນ ບັນດາເອກະສານສໍາຄັນຈໍານວນໜຶ່ງ ລວມທັງບັນຫາອື່ນໆທີ່ກ່ຽວຂ້ອງ ພາຍໃຕ້ເສົາຄ້ຳວັດທະນະທໍາ-ສັງຄົມອາຊຽນ ເພື່ອກຽມຄວາມພ້ອມດ້ານເນື້ອໃນໃຫ້ແກ່ປະຊຸມ ສະພາລັດຖະມົນຕີວັດທະນະທໍາ-ສັງຄົມອາຊຽນ ຄັ້ງທີ 32 ທີ່ຈະຈັດຂຶ້ນໃນວັນທີ 26 ກັນຍາ 2024 ເພື່ອພິຈາລະນາຄົ້ນຄວ້າ ກ່ອນຈະສືບຕໍ່ນໍາສະເໜີຕໍ່ຜູ້ນໍາອາຊຽນ ຮັບຮອງໃນກອງປະຊຸມສຸດຍອດ ຄັ້ງທີ 44 ແລະ 45 ທີ່ຈະໄຂຂຶ້ນໃນມໍ່ໆນີ້.