ໃນວັນທີ 28 ມັງກອນ 2024 ທີ່ໂຮງແຮມພູແມນ, ນະຄອນຫຼວງພະບາງ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າຫນ້າທີ່ອາວຸໂສອາຊຽນຂອງ ສປປລາວ ໄດ້ເປັນປະ ທານກອງປະຊຸມເຈົ້າໜ້າ ທີ່ອາວຸໂສອາຊຽນ ໂດຍມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ, ຕີມໍແລັດສະເຕ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຄັ້ງນີ້ ໄດ້ທົບທວນ ແລະ ຮັບຊາບຄວາມຄືບໜ້າການສ້າງປະຊາຄົມອາ ຊຽນ ກໍຄືການຈັດຕັ້ງປະຕິບັດແຜນແມ່ບົດຂອງສາມເສົາຄໍ້າປະຊາຄົມອາຊຽນຊຶ່ງເຫັນວ່າໂດຍລວມມີຄວາມຄືບໜ້າເປັນຢ່າງດີ. ສປປ ລາວ ໃນນາມປະທານອາຊຽນ ໃນປີ 2024 ໄດ້ນຳສະເໜີບູລິມະສິດການເປັນປະທານອາຊຽນຂອງ ສປປ ລາວ ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”.
ກອງປະຊຸມ ຍັງໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດຜົນຂອງກອງປະ ຊຸມສຸດຍອດອາຊຽນຄັ້ງທີ 43 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງທີ່ໄດ້ຈັດຂຶ້ນໃນ ເດືອນກັນຍາ 2023 ທີ່ອິນໂດເນເຊຍ, ລວມທັງຄວາມຄືບໜ້າໃນການກະກຽມວິໄສທັດປະຊາຄົມອາຊຽນ 2045 ໂດຍສະເພາະແມ່ນການສ້າງແຜນຍຸດທະສາດເພື່ອຈັດຕັ້ງປະຕິ ບັດວິໄສທັດປະຊາຄົມອາຊຽນ 2045. ພ້ອມນີ້, ໄດ້ປຶກສາກ່ຽວກັບການສະໝັກເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ຂອງບັນດາປະເທດນອກພາກພື້ນທີ່ມີຄວາມສົນໃຈຮ່ວມມືກັບອາຊຽນ.
ໃນໂອກາດນີ້, ກອງປະຊຸມຍັງໄດ້ທົບທວນຄືນຄວາມຄືບໜ້າຂອງການຮ່ວມມືລະ ຫວ່າງອາຊຽນກັບພາຍນອກ, ພ້ອມທັງປຶກສາຫາລືການສະເໜີເປັນຄູ່ຮ່ວມມືຂອງອາຊຽນ. ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ຢໍ້າຄືນຄວາມສຳຄັນໃນການຮັດແໜ້ນຄວາມເປັນແກນກາງຂອງອາຊຽນໃນການເສີມຂະຫຍາຍການຮ່ວມມືກັບພາຍນອກ. ສປປລາວໃນນາມປະເທດປະສານງານການພົວພັນຮ່ວມມືອາຊຽນ-ອົດສະຕຣາລີໄດ້ລາຍງານຄວາມຄືບໜ້າຂອງການກະກຽມໃຫ້ແກ່ກອງປະຊຸມສຸດຍອດສະໄໝພິເສດເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີຄົບຮອບ 50 ປີທີ່ຈະຈັດຂຶ້ນໃນວັນທີ 6 ມີນາ 2024 ທີ່ເມວເບີນ, ປະເທດອົດສະຕຣາລີ.
ນອກຈາກນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ເພື່ອກະກຽມໃຫ້ແກ່ກອງປະຊຸມລັດ ຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ທີ່ຈະຈັດຂຶ້ນໃນວັນທີ 29 ມັງກອນ 2024.
ພາບ: ສັງຄົມໄຊ





