ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າໜ້າທີ່ອາວຸໂສ ACMECS ທົບທວນຜົນການປະຕິບັດແຜນແມ່ບົດ 2019-2023

Oct 15, 2024

ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ຫລື ແອັກແມັກ (ACMECS) ໃນວັນທີ 14 ຕຸລາ 2024ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ, ກະຊວງ ການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ACMECS ຂອງ ສປປ ລາວ ໂດຍມີເຈົ້າໜ້າທີ່ອາວຸໂສ ACMECS ຈາກ ກໍາປູເຈຍ, ມຽນມາ, ໄທ, ສສ ຫວຽດນາມ ເຂົ້າຮ່ວມ.
ກອງປະຊຸມ, ໄດ້ທົບທວນຄືນຜົນການຈັດຕັ້ງປະຕິບັດແຜນແມ່ບົດ ACMECS (2019-2023) ແລະ ວາງທິດທາງເພື່ອກະກຽມຮ່າງແຜນແມ່ບົດ ACMECS ໃນຕໍ່ໜ້າ. ພ້ອມດຽວກັນ, ກໍໄດ້ປຶກສາຫາລື ແລະ ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຂອງບັນດາ 3 ເສົາຄໍ້າຂອງ ACMECS ຄື: ເສົາຄໍ້າການ ເຊື່ອມຈອດດ້ານພື້ນຖານໂຄງລ່າງທີ່ໂລ່ງລ່ຽນ; ເສົາຄໍ້າການປະສານສົມທົບກັນດ້ານພື້ນຖານໂຄງບົນ ທີ່ມີຄວາມກົມກຽວ; ເສົາຄໍ້າການພັດທະນາທີ່ຍືນຍົງ ແລະ ທັນສະໄໝ. ນອກນັ້ນ, ຍັງໄດ້ປຶກສາຫາລືກ່ຽວກັບ ການກະກຽມຄວາມພ້ອມໃນການຈັດກອງປະຊຸມສຸດຍອດ ACMECS ຄັ້ງທີ 10 ທີ່ ສປປ ລາວ ຈະເປັນປະທານໃນເດືອນພະຈິກ 2024 ນີ້.
ໃນຕອນບ່າຍວັນດຽວກັນ, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຂອງ ສປປ ລາວ ໄດ້ສືບຕໍ່ນໍາພາຄະນະຜູ້ແທນຈາກຂະແໜງການກ່ຽວຂ້ອງຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ ພາຍໃຕ້ການເປັນປະທານຂອງ ສສ ມຽນມາ.
ກອງປະຊຸມ ໄດ້ທົບທວນຄືນການຈັດຕັ້ງຜັນຂະຫຍາຍ ຜົນຂອງກອງປະຊຸມສຸດຍອດ CLMV ຄັ້ງທີ 10 ຜ່ານມາ ພ້ອມຮັບຟັງລາຍງານການຈັດຕັ້ງປະຕິບັດ ຂອງບັນດາ 8 ໜ່ວຍງານພາຍໃຕ້ຂອບການຮ່ວມມື CLMV ເຊິ່ງ8 ໜ່ວຍງານປະກອບມີ: ການຮ່ວມມື ດ້ານການຄ້າ ແລະ ການລົງທຶນ; ການຮ່ວມມື ດ້ານການຂົນສົ່ງ; ການຮ່ວມມື ດ້ານອຸດສາຫະກໍາ; ການຮ່ວມມືດ້ານການທ່ອງທ່ຽວ; ການຮ່ວມມືດ້ານພະລັງງານ; ການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ; ການຮ່ວມມືດ້ານກະສິກໍາ ແລະ ການຮ່ວມມືດ້ານເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ (ICT). ພ້ອມດຽວກັັນ, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ປະກອບຄໍາເຫັນໃສ່ເອກະສານທີ່ຈະຮັບຮອງໃນກອງປະຊຸມສຸດຍອດ CLMV ຄັ້ງທີ 11.