ໃນທ້າຍເດືອນເມສາຜ່ານມານີ້ ໄດ້ເກີດມີເຫດການໄຟໄໝ້ລາມປ່າ ຢູ່ຈຸດວິວຜາແດງ ແລະຈຸດວິວຜາຊົມນາງ ບ້ານສົບຮຸນເມືອງ ງອຍ ພາຍຫຼັງເກີດມີສະພາບໄຟໄໝ້ລາມປ່າ ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ລົງເກັບກຳຂໍ້ມູນ ເພື່ອເປັນການປົກປັກຮັກສາຊັບພະຍາກອນ ທຳມະຊາດປ່າໄມ້ ແລະ ສິ່ງແວດລ້ອມໃຫ້ມີຄວາມອຸດົມສົມບູນແບບຍືນຍົງ ດ້ວຍການຈັດຕັ້ງປະຕິບັດບັນດາກົດໝາຍໃຫ້ມີຄວາມເຂັ້ມງວດ.
ຄະນະນຳຫ້ອງການກະສິກຳ ແລະ ປ່າໄມ້ ເມືອງງອຍ ໄດ້ລາຍງານໃຫ້ຮູ້ວ່າ: ສະເພາະໄຟໄໝ້ປ່າເຂດຈຸດຊົມວິວຜາແດງ ໄດ້ຮູ້ຕົວຜູ້ກໍ່ເຫດແລ້ວ ເປັນປະຊາຊົນຢູ່ບ້ານສົບຮຸນ ທີ່ເຂົ້າໄປຈູດສວນເພື່ອທຳການຜະລິດຢູ່ເຂດໃກ້ຄຽງ ແຕ່ຂາດສະຕິໃນການເຮັດແລວປ້ອງກັນໄຟ ຈຶ່ງເຮັດໃຫ້ເກີດມີໄຟໄໝ້ລາມປ່າ ສ້າງຄວາມເສຍຫາຍທາງດ້ານຊັບພະຍາກອນທຳມະຊາດ, ມູນຄ່າ 32.500.000 ກີບ, ເຊິ່ງເຈົ້າໜ້າທີ່ໄດ້ດຳເນີນຄະດີກັບຜູ້ກໍ່ເຫດ ຕາມລະບຽບກົດໝາຍ.








