ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າໜ້າທີ່ ກັກເປົ້າໝາຍຢາເສບຕິດ ພ້ອມຍຶດຂອງກາງ 6,000 ກວ່າເມັດ

Nov 1, 2024

ຕາມການລາຍງານຂອງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນແລະຕ້ານຢາເສບຕິດ ປກສ ແຂວງຈຳປາສັກໃຫ້ຮູ້ວ່າ ໃນຄັ້ງວັນທີ 7 ຕຸລາ 2024 ເວລາ 10:00 ໂມງ ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງຈຳປາສັກ ໄດ້ສົມທົບກັບເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງບາຈຽງ, ແຂວງຈໍາປາສັກ ມ້າງເປົ້າໝາຍຄ້າຂາຍຢາເສບຕິດ
ຢູ່ເຂດບ້ານຫົວແຊ, ເມືອງບາຈຽງ ແຂວງຈຳປາສັກ.
ສາມາດກັກຕົວຜູ້ຖືກຫາໄດ້ 2 ຄົນ, ຊື່ ທ້າວ ຜັນ, ອາຍຸ 46 ປີ, ແລະ ທ້າວ ພູວັນ, ອາຍຸ 40 ປີ, ທັງສອງເປັນ ຊາວນາບ້ານນາຂາມ, ເມືອງປະທຸມພອນ, ແຂວງຈໍາປາ ສັກ, ພ້ອມເຄື່ອງຂອງກາງຢາບ້າ ຈໍານວນ 1,822 ເມັດ, ໂທລະສັບ 2 ໜ່ວຍ, ລົດຈັກ 2 ຄັນ ຍີ່ຫໍ້ຮອນດາເວບ 100 ສີຟ້າ ທະບຽນ ຈກ 6912 ອັດຕະປື ແລະ ຍີ່ຫໍ້ຮອນດາ ເວບ 100 ສີຟ້າດໍາ ທະບຽນ ຈຈ 5398 ຈຳປາສັກ.
ມາຮອດຕອນເຊົ້າຂອງ ວັນທີ08/10/2024 ເວລາ 17 ໂມງ 00ນາທີເຈົ້າໜ້າທີ່ວິຊາສະເພາະ ໄດ້ຂະຫຍາຍຜົນແລະກັກ ຕົວ ເປົ້າ ໝາຍຄ້າຂາຍຢາເສບຕິດໄດ້ເພີ່ມ 02 ຄົນ ຢູ່ເຂດບ້ານຫົວແຊ ເມືອງບາຈຽງ ແຂວງຈໍາປາສັກ ຊື່ ທ້າວ ບິນລີ້ ອາຍຸ 35ປີ ກຳມະກອນ ບ້ານ ຫົວແຊ ເມືອງບາຈຽງ ແຂວງຈໍາປາສັກ, ທ້າວ ວິໄຊ ບົວສີແກ້ວ ອາຍຸ 35 ປີ ກໍາມະກອນ ບ້ານ ໜອງນໍ້າຂາວ ເມືອງບາຈຽງ ແຂວງຈໍາປາສັກ ພ້ອມເຄື່ອງຂອງກາງຢາບ້າ ຈໍານວນ 5,000 ເມັດ ລົດເມໂດຍສານ 01 ຄັນ ປ້າຍທະບຽນ ບກ 0575 ຈໍາປາສັກ ໂທລະສັບ 02 ໜ່ວຍ ລົດຈັກຍີ່ຫໍ້ຮອນດາ ເວບ 100 ສີແດງດໍາ ທະບຽນ ຈພ 6808 ຈຳປາສັກ 1 ຄັນ ສ່ວນຄະດີດັ່ງກ່າວແມ່ນຍັງຢູ່ໃນຂັ້ນຕອນດໍາເນີນຂອງເຈົ້າໜ້າທີ່ຕາມຂັ້ນຕອນຂອງກົດໝາຍ.
ທີ່ມາ: ຫ້ອງຂ່າວກອງບັນຊາການ ປກສ ແຂວງຈຳປາສັກ