ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ແຂວງເຊກອງ ຈັດກິດຈະກຳຍ່າງມາລາທອນ ເພື່ອສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃນວັນທີ 11 ສິງຫາ 2025 ທີ່ເດີ່ນສວນ 25 ປີ ໂດຍມີທ່ານ ຂັນຕີ ສີລະວົງ ຮອງເຈົ້າແຂວງໆເຊກອງ ພ້ອມດ້ວຍພະນັກງານຈາກພະແນກການ, ກົມກອງ, ຫ້ອງການ ແລະ ມວນຊົນພາຍໃນແຂວງເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ທ່ານ ຂັນຕີ ສີລະວົງສາ ໄດ້ກ່າວວ່າ: ການຈັດກິດຈະກຳ ຍ່າງມາລາທອນ ຄັ້ງນີ້ ນອກຈາກເປັນການສ້າງຂະບວນການ ສະເຫລີມສະຫລອງ ວັນສຳຄັນຂອງຊາດຂອງພັກແລ້ວ ກໍຄືວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີແລ້ວ ຍັງເປັນການເຕົ້າໂຮມຄວາມສາມັກຄີ ລະຫວ່າງທຸກຊັ້ນຄົນດ້ວຍກັນ, ເປັນການສົ່ງເສີມການອອກກຳລັງກາຍ ໃຫ້ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ. ພ້ອມນີ້, ຍັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ Xl ຂອງອົງຄະນະພັກແຂວງເຊກອງ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ແລະ ເປັນການໂຄສະນາສ້າງຄວາມຮັບຮູ້ເຂົ້າໃຈ ໃຫ້ແກ່ມວນຊົນໃນການເຕີບໃຫຍ່ຂະຫຍາຍຕົວຂອງວັນສຳຄັນຂອງຊາດ ຂອງພັກ, ເຊິ່ງຕະຫລອດໄລຍະຜ່ານມາ ວຽກງານແນວລາວສ້າງຊາດ ແຂວງເຊກອງ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດຢ່າງຕັ້ງໜ້າ, ເປັນຄັນທຸງເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົາ, ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫລວດ ໃຫ້ຮູ້ຈັກຮັກຫອມເຊິ່ງກັນ ແລະ ກັນ ຮັກເຊື້ອແພງຊາດ ຮັກສາສະໜາ, ເສີມຂະຫຍາຍມູນເຊື້ອ ແລະ ອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ ຂອງເຜົ່າໃຫ້ໝັ້ນຄົງຂະໜົງແກ່ນ.
ຂະບວນຍ່າງດັ່ງກ່າວ ໄດ້ເລີ່ມແຕ່ສວນ 25 ປີຂອງແຂວງ ດ້ວຍໄລຍະທາງເກືອບ 2 ກິໂລແມັດ.

ຂ່າວ: ອັດສະວິນ


