ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊກອງ ຈັດງານວາງສະແດງສິນຄ້າ 3 ປະເທດ

May 25, 2025

ງານວາງສະແດງສິນຄ້າ 3 ປະເທດ (ລາວ, ໄທ ແລະ ຫວຽດນາມ) ໄດ້ຈັດຂຶ້ນທີ່ສູນການຄ້າແຂວງເຊກອງ ລະຫວ່າງວັນທີ 23-25 ພຶດສະພາ 2025 ໂດຍການເຂົ້າຮ່ວມເປີດງານຂອງ ທ່ານ ເຫຼັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ນາງ ຕະ ເຟືອງ ຢຸງ ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ພ້ອມດ້ວຍການນຳພັກ-ລັດຂອງບັນດາແຂວງໃກ້ຄຽງຈາກ 3 ປະເທດ, ແຂກຖືກເຊີນ ແລະ ມວນຊົນເຂົ້າຮ່ວມ.
ທ່ານ ດາວວີ ສວຍທະລັງສີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງເຊກອງ ກ່າວວ່າ: ການຈັດງານຄັ້ງນີ້, ແມ່ນເປັນການກະຕຸ້ນຜະລິດຕະພັນພາຍໃນທາງດ້ານກະສິກຳ, ຫັດຖະກຳ ແລະ ອື່ນໆ ໄດ້ມາວາງຈໍາໜ່າຍ ແລະ ສ້າງພື້ນຖານຄວາມຮັບຮູ້ ສູ່ສາຍຕາແຂກທັງພາຍໃນ-ຕ່າງປະເທດ ທີ່ເຂົ້າມາທ່ຽວຊົມງານ ໂດຍອາໄສໂອກາດ ການຈັດກອງປະຊຸມ 3 ປະເທດ (ລາວ, ໄທ, ຫວຽດນາມ) ເປັນບ່ອນໃຫ້ບັນດາທຸລະກິດ, ຜູ້ປະກອບການຕ່າງໆ ໄດ້ມີການແລກປ່ຽນບົດຮຽນດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ໂດຍສະເພາະ ບັນດາແຂວງ ທີ່ມີຊາຍແດນຕິດຈອດ 4 ແຂວງພາກໃຕ້ ຂອງລາວ ກັບບັນດາແຂວງ ຂອງປະເທດເພື່ອນບ້ານ ໄດ້ມີການພົວພັນຮ່ວມມື ແລະ ເຊື່ອມໂຍງກັນກວ້າງຂວາງຍິ່ງຂຶ້ນ.
ທ່ານ ດາວວິ ສວຍທະລັງສີ ກ່າວຕື່ມວ່າ: ສິນຄ້າທີ່ນຳມາວາງສະແດງໃນຄັ້ງນີ້ ສ່ວນໃຫຍ່ກໍລ້ວນແຕ່ເປັນສິນຄ້າທີ່ເປັນທ່າແຮງຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນຂອງບັນດາແຂວງ, ສຳລັບບ່ອນວາງສະແດງສິນຄ້າ ທີ່ກະກຽມໄວ້ ມີທັງໝົດ 47 ບຸດ ຮອງຮັບສິນຄ້າຈາກ ລາວ 34 ບຸດ, ຈາກຫວຽດນາມ 12 ບຸດ ແລະ ຈາກປະເທດໄທ 1 ບຸດ. ໃນນັ້ນ, ຈະມີສິນຄ້າໂອດັອບ, ອຸປະໂພກ-ບໍລິໂພກ, ເຄື່ອງໃຊ້ສອຍທົ່ວໄປ, ເຄື່ອງນຸ່ງຫົ່ມ ແລະ ພິເສດ ຈະມີສິນຄ້າ ນະວັດຕະກຳໃໝ່ ຄື: ລົດໄຟຟ້າ ໂດຍແມ່ນບໍລິສັດ ຂາເຂົ້າ-ຂາອອກ ເມືອງລະມາມ ເປັນຜູ້ນຳມາຈຳໜ່າຍ ພ້ອມເປີດໂຕຢູ່ແຂວງເຊກອງ ແລະ ນອກນັ້ນ, ກໍຍັງມີສິນຄ້າອື່ນໆ ໃຫ້ເລືອກຊື້ ເລືອກຈ່າຍ ອີກຢ່າງຫຼວງຫຼາຍ.
ພາບ:ຂ່າວ: ອັດສະວິນ