ເຊກອງ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫລວງ

ແຂວງເຊກອງ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ປະຈໍາປີ 2025 ພາຍໃຕ້ຫົວຂໍ້ ຖະໜົນເພື່ອຊີວິດ ຂັບລົດຊ້າ ຊີວິດຍືນຍາວ ເຊິ່ງໄດ້ຈັດຂຶ້ນໃນວັນທີ 30 ເມສາ 2025 ໂດຍມີ ທ່ານ ເຫຼັກໄຫລ ສີວິໄລ ເຈົ້າແຂວງໆເຊກອງ ພ້ອມດ້ວຍການນໍາຂັ້ນແຂວງ, ພະແນກການ, ອົງການທຽບເທົ່າ, ພະນັກງານ, ນັກຮຽນ ແລະ ນັກສຶກສາ ເຂົ້າຮ່ວມ.
ທ່ານ ບຸນທະວີ ນະຄອນສິດ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ຮອງປະທານຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ໄດ້ລາຍງານປະຫວັດຄວາມເປັນມາຂອງວັນດັ່ງກ່າວວ່າ: ສັບປະດາຄວາມປອດໄພທາງຫຼວງສາກົນ ຫຼື (UN Global Road Safety Week) ຊຶ່ງອົງການສະຫະປະຊາຊາດ ເປັນຜູ້ລິເລີ່ມຈັດຄັ້ງທີ 1 ໃນປີ 2007, ມາຮອດປີ 2013 ຈຶ່ງຈັດຄັ້ງທີ 2, ຫຼັງຈາກນັ້ນ ກໍໄດ້ຈັດເປັນປົກກະຕິ ໃນ 2 ປີຕໍ່ຄັ້ງ; ສ່ວນຫຼາຍບັນດາປະເທດຕ່າງໆ ແມ່ນຈັດໃນທຸກໆປີ, ສະເພາະ ຢູ່ ສປປ ລາວ ຂອງພວກເຮົາ ແມ່ນປະຕິບັດຕາມກົດໝາຍ ວ່າດ້ວຍຈະລາຈອນທາງບົກ ສະບັບເລກທີ 23/ສພຊ, ລົງວັນທີ 12 ທັນວາ 2012 ມາດຕາ 78 ໄດ້ກຳນົດເອົາສັບປະດາທຳອິດຂອງເດືອນ ເມສາ ເປັນມື້ຈັດສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ໃນແຕ່ລະແຂວງຂອບເຂດທົ່ວປະເທດ ແລະ ແຂວງເຊກອງ ກໍເປັນຄັ້ງທຳອິດທີ່ໄດ້ຈັດຂຶ້ນ ໃນປີນີ້.
ທ່ານ ບຸນທະວີ ນະຄອນສິດ ໃຫ້ຮູ້ຕື່ມວ່າ: ຍ້ອນຄວາມເສຍຫາຍຈາກອຸບັດເຫດທາງຫລວງ ແມ່ນມະຫາສານ ຕາມການລາຍງານຂອງອົງການອະນາໄມໂລກ ເຊິ່ງໃນທົ່ວໂລກ, ປີໜຶ່ງໆ ມີຜູ້ເສຍຊີວິດ ປະມານ 1,3 ລ້ານຄົນ ແລະ ສປປ ລາວ ພວກເຮົາ ສະເລ່ຍ ການເສຍຊີວິດຈາກອຸບັດຕິເຫດ ປີລະ 1.000 ຄົນ, ໃນສະເພາະແຂວງເຊກອງ ປີ 2024 ຜ່ານມາ ມີອຸບັດຕິເຫດເກີດຂຶ້ນ ຈຳນວນ 106 ຄັ້ງ, ມີຜູ້ເສຍຊີວິດ 17 ຄົນ, ສ້າງຄວາມເສຍຫາຍ ມູນຄ່າ 2,680,737,000 ກີບ, ດັ່ງນັ້ນ, ອົງການສະຫະປະຊາຊາດ ຈຶ່ງໄດ້ກຳນົດມາດຕະການປ້ອງກັນ ແລະ ແກ້ໄຂບັນຫາການເກີດອຸບັດຕິເຫດ ເຊິ່ງປະກອບດ້ວຍ 5 ເສົາຄໍ້າຄື: ໂຄງລ່າງຄົມມະນາຄົມ-ຂົນສົ່ງ ຫລື ເສັ້ນທາງປອດໄພ, ພາຫະນະປອດໄພ, ຄົນໃຊ້ລົດໃຊ້ທາງຫລວງປອດໄພ, ການກອບກູ້ຊີວິດຫລັງເກີດອຸບັດຕິເຫດ ແລະ ການຄຸ້ມຄອງຄວາມປອດໄພ ຊຶ່ງຄວາມຈໍາເປັນ ຕ້ອງໄດ້ມີການໂຄສະນາເຜີຍແຜ່, ປູກຈິດສຳນຶກ, ການປະຕິບັດກົດໝາຍ ແລະ ງານສັບປະດາຄວາມປອດໄພ.
ໃນໂອກາດນີ້, ທ່ານ ແພງສີ ສີລາວີ ປະທານຄະນະກຳມະການດ້ານຄວາມປອດໄພທາງຫຼວງ ກໍໄດ້ກ່າວເປີດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງຢູ່ແຂວງເຊກອງຢ່າງເປັນທາງການ ຊຶ່ງໃນງານຄັ້ງນີ້, ແຂວເຊກອງ ໄດ້ຈັດກິດຈະກຳໂຄສະນາໃຫ້ສັງຄົມຮັບຮູ້ ດ້ວຍຂະບວນຍ່າງ ປະມານ 1 ກິໂລແມັດ ພາຍໃນເມືອງລະມາມ ໄດ້ທັງໂຄສະນາຄວາມປອດໄພທາງຫລວງ ແລະໄດ້ທັງສຸຂະພາບ ນໍາອີກ.
ຂ່າວ: ອັດສະວິນ





