ແຂວງເຊກອງ ປະກາດອະໄພຍະໂທດ, ຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈໍາປີ 2024 ໃນວັນທີ 18 ທັນວາ 2024 ໂດຍການເຂົ້າຮ່ວມຂອງທ່ານ ຄໍາບາງ ພະສະ ແຫວງ ຫົວໜ້າອົງການໄອຍະການປະຊາຊົນແຂວງ, ຮອງປະທານຄະນະກໍາມະການອະໄພຍະໂທດຂັ້ນແຂວງ.
ໃນພີທີ, ໄດ້ຜ່ານລັດຖະດໍາລັດ ຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ, ຫລຸດຜ່ອນໂທດ ແລະປ່ອຍຕົວນັກໂທດ ເນື່ອງໃນໂອກາດວັນຊາດ ຄົບຮອບ 49 ປີ, ຊຶ່ງແຂວງເຊກອງ ມີນັກໂທດທີ່ມີເງື່ອນໄຂໄດ້ຮັບການອະໄພຍະໂທດ, ຫລຸດຜ່ອນໂທດ ທັງໝົດ 22 ຄົນ ແລະ ອະໄພຍະໂທດປ່ອຍຕົວ 2 ຄົນ. ພ້ອມນີ້, ຍັງໄດ້ຮັບຟັງການຜ່ານບົດສະຫລຸບໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດປະຈໍາປີ 2023 ແລະ ທິດທາງວຽກງານຈຸດສຸມ ປີ 2024.
ໂອກາດນີ້, ທ່ານ ຄຳບາງ ພະສະແຫວງ ໄດ້ກ່າວວ່າ: ການປະຕິບັດອະໄພຍະໂທດຄັ້ງນີ້, ໄດ້ດໍາເນີນຕາມຂັ້ນຕອນ, ລະບຽບການ ແລະ ເປັນໝູ່ຄະນະ, ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ ແລະຍຸຕິທໍາ ຊຶ່ງເລີ່ມແຕ່ຂັ້ນຕອນຂອງການຄົ້ນຄວ້າຄັດເລືອກ ໄຈ້ແຍກຜູ້ທີ່ມີຄວາມກ້າວໜ້າ ແລະ ການຄົ້ນຄວ້າຕົກລົງ ນໍາສະເໜີບັນຊີລາຍຊື່ນັກ ໂທດທີ່ມີເງື່ອນໄຂອະໄພຍະໂທດຜ່ອນໂທດ ແລະ ປ່ອຍຕົວ. ສະນັ້ນ, ຜູ້ທີ່ໄດ້ຮັບການອະໄພຍະໂທດໃນຄັ້ງນີ້, ກໍຕ້ອງສືບຕໍ່ຝຶກຝົນຫລໍ່ຫລອມຕົນເອງ ໃຫ້ເປັນລູກທີ່ດີຂອງພໍ່-ແມ່, ເປັນພົນລະເມືອງດີຂອງຊາດ, ຕັ້ງໜ້າພັດທະນາຊີວິດການເປັນຢູ່ ຂອງຄອບຄົວໃຫ້ຖືກຕ້ອງສອດຄ່ອງກັບຕາມແນວທາງຂອງພັກ, ແຜນນະໂຍບາຍ ແລະກົດໝາຍຂອງລັດ ປະກອບສ່ວນເຂົ້າໃນວຽກງານອັນລວມພາຍໃນບ້ານ ກໍຄືການປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ.
ຂ່າວ-ພາບ: ສທ ຕຸລາມີ ໄຊຊະນະ





