ພະແນກກະສິກໍາ ແລະ ປ່າໄມ້ແຂວງເຊກອງ ຮ່ວມກັບ ຄະນະພັກ-ອົງການປົກຄອງເມືອງລະມາມ ຈັດພິທີປ່ອຍປາ 10 ພັນໂຕ ຄືນສູ່ທໍາມະຊາດ ເພື່ອສະຫລອງວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ (13 ກໍລະກົດ) ໃນວັນທີ 17 ກໍລະກົດ 2025, ທີ່ວັງສະຫງວນວັງຊ້າງຕົກ ບ້ານເພຍໃໝ່ ເມືອງລະມາມ ໂດຍການເຂົ້າຮ່ວມ ຂອງທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ທ່ານ ຕຸລາວັນ ວົງໄຊ ເລຂາຄະນະບໍລິຫານງານພັກເມືອງລະມາມ, ທ່ານ ສຸພົນ ໄຊສະຫງ່າ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ຕຸລາວັນ ວົງໄຊ ໄດ້ກ່າວວ່າ: ປາ ແລະ ສັດນໍ້າ ແມ່ນຊັບພະຍາກອນທໍາມະຊາດ ທີ່ມີຄວາມສໍາຄັນຕໍ່ມະນຸດ ເພາະມັນໄດ້ຕິດພັນກັບການດໍາລົງຊີວິດຂອງພວກເຮົາມາແຕ່ດົນນານ, ປັດຈຸບັນ ປາ ແລະ ສັດນໍ້າ ແມ່ນມີຈໍານວນໜ້ອຍລົງ ຄວາມຕ້ອງການໃນການບໍລິໂພກຂອງສັງຄົມເພີ່ມສູງຂຶ້ນ, ພ້ອມນີ້ ກໍຍັງມີການຈັບປາ ເພື່ອຂາຍເປັນສິນຄ້າ ໂດຍໃຊ້ອຸປະກອນທີ່ທັນສະໄໝ ແລະ ຜິດຕໍ່ລະບຽບກົດໝາຍ ອັນໄດ້ເຮັດໃຫ້ປາ ແລະ ສັດນໍ້າ ບໍມີໂອກາດທີ່ຈະແຜ່ພັນ ແລະ ຂະຫຍາຍຕົວ.
ສະນັ້ນ, ການຈັດພິທີໃນຄັ້ງນີ້ ແມ່ນເປັນການໂຄສະນາ, ປຸກລະດົມ, ປູກຈິດສໍານຶກ ໃຫ້ທົ່ວສັງຄົມມີຄວາມຮັບຮູ້, ເຂົ້າໃຈ ແລະ ປະກອບສ່ວນປ່ອຍປາຄືນສູ່ທໍາມະຊາດໃຫ້ເປັນຂະບວນການກວ້າງຂວາງ. ສິ່ງສໍາຄັນ ພາຍຫລັງທີ່ປ່ອຍແລ້ວ ແມ່ນໃຫ້ມີການປົກປັກຮັກສາ ແລະ ຄຸ້ມຄອງ ເພື່ອໃຫ້ປາມີການຈະເລີນເຕີບໂຕ ເຮັດໃຫ້ຊັບພະຍາກອນ ປາ ແລະ ສັດນໍ້າ ໄດ້ມີຄວາມຍືນຍົງ, ກັບມາອຸດົມສົມບູນ, ສະໜອງການບໍລິໂພກໄດ້ຢ່າງພຽງພໍ. ສະເພາະປີ 2025 ຈະປ່ອຍປາຄືນສູ່ທຳມະຊາດໃຫ້ໄດ້ 2.039.230 ໂຕ.

ຂ່າວ: ສັນຍາ


