ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊກອງ ມີເດັກໃນກຸ່ມເປົ້າໝາຍສັກວັກຊິນກັນພະຍາດໝາກແດງ 12.646 ຄົນ

May 22, 2024

ແຂວງເຊກອງ ໄດ້ກໍານົດຈຸດບໍລິການສັກວັກຊິນ ປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ຕິດພັນກັບການສັກຢາຮອບປົກກະຕິ ປະຈໍາປີ 2024 ໃນທົ່ວແຂວງທັງໝົດ 318 ຈຸດ, ມີທິມງານແພດເຄື່ອນໄຫວ 48 ທິມ ແລະ ມີເດັກໃນກຸ່ມເປົ້າໝາຍ (ອາຍຸ 9 ເດືອນ ຫາ 5 ປີ) ທີ່ຈະໄດ້ຮັບວັກຊິນທັງໝົດ 12.646 ຄົນ.
ດຣ ບົວໄລ ເກດຈັນ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ ໃຫ້ຮູ້ໃນໂອກາດຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 21 ພຶດສະພາ 2024 ວ່າ: ຂະບວນການເປີດວັນສັກຢາກັນພະຍາດແຫ່ງຊາດ (ວສຊ) ກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ໃຫ້ເດັກອາຍຸ 9 ເດືອນ ຫາ 5 ປີ (ບໍ່ເສຍຄ່າ) ຢູ່ແຂວງເຊກອງ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 20 ພຶດສະພາ 2024 ແລະ ມີກໍານົດເຄື່ອນໄຫວຮອດວັນທີ 31 ພຶດສະພາ 2024 ໃຫ້ສໍາເລັດ.
ຂ່າວ: ສັນຍາ