ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ສະຫະພັນແມ່ຍິງແຂວງເຊກອງ ຈັດພິທີໂຮມຊຸມນຸມສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 – 20 ກໍະກົດ 2025) ພາຍໃຕ້ຄໍາຂວັນ ” 70 ປີ ມີໄຊ ເຕີບໃຫຍ່ ເຂັ້ມແຂງ ພັດທະນາແມ່ຍິງກ້າວໄກ ທັນສະໄໝ ” ໃນວັນທີ 23 ກໍລະກົດ 2025 ໂດຍມີທ່ານ ບຸນຫລາຍ ບຸດທິ ຮັກສາການແທນເຈົ້າແຂວງໆເຊກອງ ພ້ອມດ້ວຍຄະນະປະຈຳພັກ-ກຳມະການພັກແຂວງ, ພະແນກການ-ກົມກອງ, ສະຫະພັນແມ່ຍິງ 4 ເມືອງ, ພະນັກງານອາວຸໂສປະຕິວັດ ແລະ ສະມາຊິກແມ່ຍິງເຂົ້າຮ່ວມ.
ໃນການສະຫລີມສະຫລອງແມ່ນໄດ້ຖ່າຍທອດສົດພິທີໂຮມຊຸມນຸມໃຫຍ່ ຈາກສູນກາງ ພ້ອມກັນທົ່ວປະເທດ ໂດຍທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຂຶ້ນກ່າວຄໍາປາໄສ ແລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ຂຶ້ນກ່າວສູນທອນພົດຕໍ່ພິທີດັ່ງກ່າວ.

ພ້ອມນີ້, ທ່ານ ນາງ ມະໂນລາ ສຸດທິຈັກ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງເຊກອງ ໄດ້ຫວນຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນແມ່ຍິງແຂວງເຊກອງ ແລະ ຜົນງານການເຄື່ອນໄຫວວຽກງານ ໃນໄລຍະ 1 ປີຜ່ານມາ ເຊິ່ງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກແມ່ຍິງ, ແມ່ຍິງບັນດາເຜົ່າ ດ້ວຍຫລາຍວິທີການ ໃຫ້ຮັບຮູ້, ເຂົ້າໃຈທົ່ວເຖິງ, ເລິກເຊິ່ງ ແລະ ກວ້າງຂວາງ ທຽບໃສ່ປີຜ່ານມາ ປະຕິບັດໄດ້ 80%, ໄດ້ເອົາໃຈໃສ່ປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງສະຫະພັນແມ່ຍິງ ດ້ວຍການຕິດຕາມ, ຊຸກຍູ້ ບັນດາຮາກຖານ, ເມືອງ ໃນການດໍາເນີນກອງປະຊຸມໃຫຍ່ຂັ້ນຂອງຕົນ ແລະ ສຳເລັດກອງປະຊຸມໃຫຍ່ຂອງສະຫະພັນແມ່ຍິງແຂວງ 100%, ໄດ້ເອົາໃຈໃສ່ນໍາພາຂະບວນການສ້າງເສດຖະກິດ, ຊຸກຍູ້ຂະບວນການຜະລິດເປັນສິນຄ້າ ດ້ວຍການຍາດແຍ່ງທຶນຮອນຈາກພາກລັດ ມາຍູ້ແຮງໃນການຜະລິດ ໃຫ້ກັບສະມາຊິກເອື້ອຍນ້ອງແມ່ຍິງ ໄດ້ຫລາຍກິດຈະກຳ, ໄດ້ເປັນເຈົ້າການປະຕິບັດໜ້າທີ່ ໃນການລົງຊຸກຍູ້ຊ່ວຍເຫລືອຄອບຄົວທຸກຍາກ ຢູ່ບ້ານໃຫຍ່ນາວາ, ໄດ້ນໍາພາ-ຊີ້ນຳ, ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສູນກາງແມ່ຍິງລາວ ຢ່າງເປັນຂະບວນ ພ້ອມທັງຊຸກຍູ້ການສະຫລຸບປະເມີນຜົນ ໄລຍະທີ 2 ແລະ ຄັດເລືອກຜົນງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ໄລຍະ 5 ປີ, ເຊິ່ງສາມາດຮັບຮອງ ສະມາຊິກ 3 ດີ ໄດ້ 90,5%, ຮັບຮອງ ຮາກຖານ, ໜ່ວຍ, ບ້ານ 3 ດີ ກວມ 92,12%, ຮັບຮອງ ເມືອງ 3 ດີ ໄດ້ 100%; ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກ່ຽວກັບພາວະການເປັນຜູ້ນໍາ ໄດ້ຫລາຍກວ່າ 5 ຄັ້ງ; ໄດ້ຕິດຕາມ, ຊຸກຍູ້ການຈັດຕັ້ງ ແລະ ເຄື່ອນໄຫວວຽກງານກອງທຶນຊ່ວຍເຫລືອເຊິ່ງກັນ ແລະ ກັນ, ກຸ່ມທ້ອນເງິນ ເພື່ອສ້າງເງື່ອນໄຂໃຫ້ແມ່ຍິງໄດ້ເຂົ້າເຖິງແຫລ່ງທຶນກູ້ຢືມໃນອັດຕາດອກເບ້ຍຕໍ່າ ເພື່ອແກ້ໄຂຄວາມຈໍາເປັນຂອງຄອບຄົວ.
ໃນການສະເຫລີມສະຫລອງປີນີ້ ຍັງໄດ້ມີກິດຈະກຳບໍລິຈາກເລືອດເພື່ອຊ່ວຍເຫລືອສັງຄົນ ພ້ອມທັງຢ້ຽມຊົມການວາງສະແດງຂາຍຜະລິດຕະພັນ ແລະ ຮູບພາບຜົນງານການເຄື່ອນໄຫວຂອງສະຫະພັນແມ່ຍິງແຂວງເຊກອງຕື່ມອີກ.

ຂ່າວ: ພຸດທະສອນ, ພາບ: ສຍ ແຂວງ


