ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊກອງ ອະນຸມັດໃຫ້ພັດທະນາໂຄງການໄຟຟ້າແສງຕາເວັນ

Nov 8, 2024

ວັນທີ 6 ພະຈິກ ຜ່ານມາ, ທີ່ພະແນກແຜນການ ແລະ ການລົງທຶນແຂວງເຊກອງ, ອົງການປົກຄອງແຂວງເຊກອງ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ໄດ້ເຊັນສັນຍາອະນຸມັດໃຫ້ ພັດທະນາໂຄງການໄຟຟ້າແສງຕາເວັນ (PDA) ອ່າງເກັບນໍ້າຫ້ວຍຂຽວ ຊຶ່ງມີກໍາລັງຕິດຕັ້ງ 5 ເມກາວັດ (MW), ເຂດບ້ານໜອງບົງ ເມືອງລະມາມ ແຂວງເຊກອງ ມູນຄ່າ 4 ລ້ານກວ່າໂດລາ ລະຫວ່າງ ອົງ ການປົກຄອງແຂວງເຊກອງ ກັບ ບໍລິສັດ ບໍລິສັດ ໂພນຊັບຈະເລີນກໍ່ສ້າງ-ສ້ອມແປງຂົວທາງ ເຄຫາສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ. ໂດຍມີທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງຮ່ວມເປັນສັກຂີພິຍານ.
ໃນການເຊັນສັນຍາຄັ້ງນີ້, ລົງນາມໂດຍທ່ານ ສາກົນ ພອນປະເສີດ ຫົວໜ້າພະ ແນກແຜນການ ແລະ ການລົງທຶນ ແຂວງ ແລະ ເຊັນເປັນພະຍານໂດຍ ທ່ານ ພິມວົງ ຊວງມະນີ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ບົວໄລ ວິໄລວົງ ຮອງເຈົ້າເມືອງລະມາມ, ຝ່າຍບໍລິສັດ ເຊັນໂດຍ ທ່ານ ໂພນ ພົມມະຈັນ ປະທານບໍລິສັດ ໂພນຊັບຈະເລີນກໍ່ສ້າງ-ສ້ອມແປງຂົວທາງ ເຄຫາສະຖານ ແລະ ຊົນລະປະ ທານ ຈຳກັດຜູ້ດຽວ ແລະ ເຊັນເປັນພະຍານໂດຍ ທ່ານ ຄຳມ້າວ ບຸພານຸວົງ ແລະ ທ່ານ ເພັດດາວົງ ບຸນມີສະຫວັດ ທີປຶກສາບໍລິສັດ.
ໂຄງການໄຟຟ້າພະລັງງານແສງຕາເວັນ ອ່າງເກັບນ້ຳຫ້ວຍຂຽວ, ເຂດບ້ານໜອງບົງ, ເມືອງລະມາມ ມີກຳລັງຕິດຕັ້ງທັງໝົດ 5 ເມກາວັດ, ນຳໃຊ້ແຜງໂຊລາເຊວ ຈຳ ນວນ 5,000 ແຜງ, ໄລຍະການກໍ່ສ້າງ ຫຼື ພັດທະນາໂຄງການເປັນເວລາ 24 ເດືອນ ແມ່ນໃຫ້ສໍາເລັດ, ໂຄງການໄຟຟ້າພະລັງງານແສງຕາເວັນ ນັບວ່າເປັນພະລັງງານ ທົດແທນ ແລະ ທັງເປັນທາງເລືອກທີ່ສຳຄັນ ໃນການສ້າງຄວາມຫຼາກຫຼາຍ ຂອງແຫຼ່ງຜະລິດພະລັງງານ, ເປັນພະລັງງານສະອາດ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງ ຄົມບໍ່ຫຼາຍ ຊຶ່ງຖືກຕ້ອງສອດຄ່ອງກັບທິດການພັດທະນາສີຂຽວຍືນຍົງຂອງລັດຖະບານ.
ຂ່າວ: ພຸດທະສອນ