ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊກອງ ແຫ່ນາງສັງຂານ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2568

Apr 14, 2025

ເນື່ອງໃນໂອກາດປີໃໝ່ລາວ ພສ 2568 ແຂວງເຊກອງໄດ້ຈັດພິທີແຫ່ນາງສັງຂານ ໃນວັນທີ 14 ເມສາ 2025 ນີ້, ໂດຍມີທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ຕຸລາວັນ ວົງໄຊ ເຈົ້າເມືອງລະມາມ ພ້ອມດ້ວຍການນໍາ-ອາດີດການນໍາຂັ້ນແຂວງ, ຂັ້ນເມືອງ ແລະ ປະຊາຊົນບັນດາເຜົ່າຊາວແຂວງເຊກອງ ເຂົ້າຮ່ວມຢ່າງຫລວງຫລາຍ.
ທ່ານ ຈັນໄທ ຄໍາມະນີວົງ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ກ່າວວ່າ: ການແຫ່ນາງສັງຂານໃນຄັ້ງນີ້ ເພື່ອເປັນການອະນຸລັກຮັກສາຮີດຄອງປະເພນີ, ວັດທະນະທຳອັນດີງາມຂອງຊາດ, ຂອງຊາວພຸດ ທີ່ສືບສານກັນມາແຕ່ບູຮານນະການ ເພື່ອຮັກສາໄວ້ວັດທະນະທຳອັນດີງາມຂອງທ້ອງຖິ່ນ, ຂອງຊາດໄວ້ໃຫ້ຍືນຍົງ, ໝັ້ນຄົງຕະຫລອດໄປ, ຊຶ່ງແຂວງເຊກອງ ໄດ້ຈັດກິດຈະກຳແຫ່ນາງສັງຂານເນື່ອງໃນໂອກາດສະເຫລີມສະຫລອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ຄັ້ງທໍາອິດແມ່ນໄດ້ຈັດຂຶ້ນໃນປີ 2017 ແລະ ຄັ້ງນີ້ ກໍ່ເປັນຄັ້ງທີ 5 ທັງນີ້ ກໍເພື່ອເຮັດໃຫ້ການສະຫລອງບຸນປີໃໝ່ລາວ ປີມະເສັງ ພສ 2568 ມີບັນຍາກາດເບີກບານມ່ວນຊື່ນ ແລະ ເປັນເອກະລັກຂອງແຂວງ ແນໃສ່ເສີມຂະຫຍາຍ ແລະ ປົກປັກຮັກສາວັດທະນະທໍາອັນດີງາມຂອງຊາດ ແລະ ດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວຊົມແຂວງເຊກອງຫລາຍຂຶ້ນ.
ຂະບວນແຫ່ໄດ້ເລີ່ມຕົ້ນຈາກສວນເສົາຫລັກເມືອງ ແຫ່ເຂົ້າສູ່ວັດພຸດທະຈັກໄຊຍາຣາມ (ວັດຫລວງເຊກອງ) ເຊິ່ງລວມມີກ້ອນກໍາລັງຂະບວນລົດແຫ່ຂອງພະສົງ-ສາມະເນນ, ລົດແຫ່ນາງສັງຂານ, ລົດແຫ່ການນໍາແຂວງ-ເມືອງ, ລົດແຫ່ກ້ອນກຳ ລັງຊາວໜຸ່ມ, ແມ່ຍິງ, ອົງການປົກຄອງແຂວງ-ເມືອງລະມາມ ແລະ ກ້ອນກໍາລັງມວນຊົນບ້ານເທສະບານ ໂດຍຖືໜາກເບັງ, ຕົ້ນ ແລະ ນໍ້າອົບນໍ້າຫອມອື່ນໆ ຊຶ່ງເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.
ໂອກາດນີ້, ທ່ານ ຕຸລາວັນ ວົງໄຊ ເຈົ້າເມືອງລະມາມ ກໍໄດ້ໃຫ້ກຽດຂຶ້ນກ່າວເປີດຖະໜົນຊຸ່ມເຢັນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝ່ ພສ 2568 ເພື່ອເປັນການຂໍານັບຮັບຕ້ອນ ແລະ ສະເຫລີມສະຫລອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 41 ປີ (14 ເມສາ 1984-14 ເມສາ 2025); ວັນສ້າງຕັ້ງຊາວໜຸ່ມ ປປລ ຄົບຮອບ 70 ປີ (14 ເມສາ 1955-14 ເມສາ 2025) ແລະ 3 ປະຫວັດສາດ ສໍາຄັນໃນປີ 2025.
ຂ່າວ-ພາບ: ພຸດທະສອນ