ພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງ ກະຊວງພາຍໃນ ສປປ ລາວ ແລະ ສໍານັກງານຄະນະກໍາມະການຂ້າຣາຊະການພົນລະເຮືອນ ແຫ່ງຣາຊະອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 8 ຕຸລາ 2024 ໂດຍການລົງນາມຂອງທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ແລະ ທ່ານ ປີຍະວັດ ສີວາຣັກ ເລຂທິການຄະນະກໍາມະການຂ້າຣາຊະການພົນລະເຮືອນ ແຫ່ງຣາຊະອານາຈັກໄທ (ກພ), ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ປອ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ.
ການລົງນາມ ໃນຄັ້ງນີ້ ທັງສອງຝ່າຍເຫັນດີຮ່ວມມືໃນດ້ານການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາກົງຈັກການຈັດຕັ້ງລັດ ແລະ ການບໍລິຫານລັດ ໂດຍພື້ນຖານດັ່ງຕໍ່ໄປນີ້:
1) ການແລກປ່ຽນການພົບປະຂອງພະນັກງານຂັ້ນລະດັບສູງ ແລະ ຂັ້ນລະດັບກາງ;
2) ຝຶກອົບຮົມ ແລະ ປະຊຸມໃນວຽກງານການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາກົງຈັກການຈັດຕັ້ງລັດ ແລະ ການບໍລະຫານລັດ ເພື່ອແລກປ່ຽນຄວາມຮູ້ ແລະ ປະສົບການຂອງພະນັກງານທຸກລະດັບ;
3) ຝືກອົບຮົມສະເພາະພະນັກງານ-ລັດຖະກອນຂອງສອງອົງກອນ;
4) ການແລກປ່ຽນສຳລັບພະນັກງານ-ລັດຖະກອນຂັ້ນປະຕິບັດວຽກຕົວຈິງ ລະຫວ່າງສອງອົງກອນ;
5) ກອງປະຊຸມຜູ້ຊ່ຽວຊານເພື່ອປຶກສາຫາລືກ່ຽວກັບບັນດາຜົນປະໂຫຍດຮ່ວມກັນ;
6) ໂຄງການແລກປ່ຽນສຳລັບພະນັກງານ-ລັດຖະກອນ ແລະ ຄູຝຶກ;
7) ການຮ່ວມມືໃນຮູບການອື່ນໆບົນພື້ນຖານການຕັດສິນໃຈຮ່ວມກັນຂອງສອງຝ່າຍ.





