ໃນວັນທີ 23 ກັນຍາ ຜ່ານມາ ທີ່ໂຮງແຮມຄຣາວພຣາຊາ ນະຄອນຫຼວງວຽງຈັນ ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງຍຸຕິທໍາ ແລະ ອົງການແບັບຊີໂຄ ປະຈໍາ ສປປ ລາວ ພາຍໃຕ້ “ໂຄງການສ້າງຄວາມເຂັ້ມແຂງ, ພັດທະນາແຜນງານການສຶກສາກົດໝາຍຮູບແບບຄຣີນິກ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິການທາງດ້ານກົດໝາຍແກ່ປະຊາຊົນ” ໂດຍການເປັນປະທານຮ່ວມຂອງ ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທໍາ ແລະ ທ່ານ ໄມໂຄ ແມກ ຄອດ ຜູ້ຕາງໜ້າຈາກອົງການພັດທະນາສາກົນ ປະເທດສະຫະລັດ ອາເມລິກາ (ສະຖານທູດເອກອັກຄະລັດຖະທູດ ສ ອາເມລິກາ ປະຈໍາ ສປປ ລາວ). ມີຕາງໜ້າຈາກຫ້ອງການບັນດາກົມຂອງກະຊວງຍຸຕິທໍາ, ສະຖາບັນຍຸຕິທໍາແຫ່ງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງ ແລະ ເນື້ອໃນຂອງບົດບັນທຶກຄວາມເຂົ້າໃຈສະບັບນີ້ ເພື່ອເພີ່ມຂີດຄວາມຮູ້, ຄວາມສາມາດ ແລະ ທັກສະ ໃຫ້ແກ່ຄູ-ອາຈານ ແລະ ນັກສຶກສາຂອງສະຖາບັນຍຸຕິທໍາແຫ່ງຊາດ ແລະ ບັນດາສາຂາຂອງສະຖາບັນຍຸຕິທໍາແຫ່ງຊາດ, ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນ ໂດຍອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ຊຶ່ງແມ່ນກະຊວງຍຸຕິທໍາ ຕາງໜ້າເຊັນໂດຍ ທ່ານ ຄຳພອນ ສີປະເສີດ ຫົວໜ້າກົມຮ່ວມມືສາກົນ ແລະ ທ່ານ ນາງ ປາວິນາ ເທບພິທັກ ຜູ້ປະສານງານອົງການແບັບຊີໂຄ ປະຈຳ ສປປ ລາວ.
ໃນຕອນທ້າຍພິທີ, ທ່ານ ເກດສະໜາ ພົມມະຈັນ ໄດ້ມີຄຳເຫັນຊີ້ນຳ ໃຫ້ຄະນະທີ່ຮັບຜິດຊອບໂຄງການດັ່ງກ່າວ ຈົ່ງພ້ອມໃຈກັນຈັດຕັ້ງປະຕິບັດເນື້ອໃນຂອງບົດບັນທຶກດັ່ງກ່າວໃຫ້ໄດ້ຜົນສູງສຸດ.
ຂ່າວ-ພາບ: ໄຊຍະສິດ



