ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊັນບົດບັນທຶກຄວາມເຂົ້້າໃຈໂຄງການປັບປຸງເຂດຊຸ່ມຊື່ນ ໃນຕົວເມືອງຫຼວງພະບາງ.

Oct 7, 2024

ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການປັບປຸງເຂດຊຸ່ມຊື່ນໃນຕົວເມືອງຫຼວງພະບາງ ເພື່ອປັບຕົວເຂົ້າການປ່ຽນແປງດິນຟ້າອາກາດ ແລະສິ່ງແວດລ້ອມທີ່ຍືນຍົງ ໄດ້ຈັດຂຶ້ນໃນວັນທີ 3 ຕຸລາ 2024 ນີ້ ທີ່ພະແນກໂຍທາທິການ ແລະຂົນສົ່ງແຂວງ ໂດຍເປັນປະທານຂອງ ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້່າແຂວງຫຼວງພະບາງ, ມີຮອງຫົວໜ້າພະແນກທິການ ແລະ ຂົນສົ່ງ, ຫົວໜ້າໂຄງການເກຣັດ ປະຈຳ ສປປ ລາວ, ພ້ອມດ້ວຍ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ພິທີ ຕາງໜ້າໂຄງການເກຣັດໄດ້ຂຶ້ນຜ່ານປະຫວັດຄວາມເປັນມາໂດຍຫຍໍ້ຂອງໂຄງການວ່າ: ເຂດຊຸ່ມຊື່ນ ຫຼື ເຂດພື້ນທີ່ມີໜອງຢູ່ໃນຕົວເມືອງ ຫຼວງພະບາງ ແມ່ນນອນຢູ່ໃນເຂດອານຸລັກຂອງອົງການ UNESCO ເຂດ ZPP-N ແລະໄດ້ຮັບການຄຸ້ມຄອງຢ່າງເຂັ້ມງວດ, ບັນດາໜອງໃນຕົວເມືອງ ເປັນອົງປະກອບໜຶ່ງທີ່ສຳຄັນ ໃນການຂຶ້ນທະບຽນເປັນມໍລະດົກໂລກ ທາງດ້ານທິວທັດທຳມະຊາດ ຊຶ່ງມີໜອງທັງໝົດ 183 ໜອງ ທີ່ໄດ້ຂຶ້ນທະບຽນໄວ້ໃນປີ 1999, ປັດຈຸບັນ ຍັງເຫຼືອ 120 ໜອງ, ຈຸດປະສົງຂອງໂຄງການ ແມ່ນສ້າງນະຄອນຫຼວງພະບາງເປັນຕົວເມືອງ ປັບຕົວເຂົ້າກັບຕາມການປ່ຽນແປງດິນຟ້າອາກາດ ໂດຍຜ່ານການປັບປຸງ ແລະການຄຸ້ມຄອງເຂດຊຸ່ມຊື່ນໃນຕົວເມືອງແບບຍືນຍົງ. ໂດຍມີການປຸກລະດົມປະຊາຊົນບ້ານເປົ້າໝາຍ ແລະພະນັກງານທ້ອງຖິ່ນ ໃຫ້ມີຄວາມເຂົ້າໃຈໜ້າທີ່ຂອງໜອງໃນຕົວເມືອງ ແລະຫັນມາໃສ່ໃຈການອານຸລັກຫຼາຍຂຶ້ນ, ຮັບປະກັນການຄຸ້ມຄອງເຂດຊຸ່ມຊື່ນ ໃນຕົວເມືອງແບບຍືນຍົງ.
ບ້ານເປົ້າໝາຍຂອງໂຄງການມີ 4 ບ້ານຄື: ບ້ານວຽງແກ້ວ, ບ້ານວຽງໄຊ, ບ້ານປ່ອງຄໍາ ແລະບ້ານມະໂນ ແຕ່ກ່ອນປະຊາຊົນທີ່ອາໄສຢູ່ບໍລິເວນໃກ້ຄຽງເຂດຊຸ່ມຊື່ນ ຫຼື ໜອງ ເຄີຍຊົມໃຊ້ນໍ້າເພື່ອປູກພືດຜັກ, ລ້ຽງປາ ແລະອື່ນໆ. ມາເຖິງປັດຈຸບັນ ຍ້ອນວ່າ ອິດທິພົນຂອງການຂະຫຍາຍຕົວ ທາງດ້ານການພັດທະນາເສດຖະກິດ-ສັງຄົມ, ເຮັດໃຫ້ປະຊາຊົນໄດ້ມີການຫັນປ່ຽນວິຖີຊີວິດ, ໄປຕາມການຂະຫຍາຍຕົວຂອງຕົວເມືອງ-ສັງຄົມ, ການປ່ຽນແປງດິນຟ້າອາກາດ ແລະອື່ນໆ ອັນໄດ້ກະທົບຕໍ່ໜອງໃນພຶ້ນທີ່ເຂດຊຸ່ມຊື່ນ ມີທ່າອ່ຽງຈະຫຼຸດລົງ ຫຼື ຈະຖືກຖົມໃນຕໍ່ໜ້າ. ໃຫ້ກຽດເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ແມ່ນ ທ່ານ ທະວີໄຊ ຄໍາມະນີ ຮອງຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງຫຼວງພະບາງ ແລະ ທ່ານ ອາໂນ ວົງໂທເບລ ຫົວໜ້າອົງການເກຣັດ ປະຈຳລາວ ໂດຍມີ ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ ແລະຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ພາບ-ຂ່າວໂດຍ: ດາວອນ ມະນີວັນ