ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບ ໂຄງການສົ່ງເສີມການປັບຕົວຕໍ່ສະພາບອາ ກາດ ແລະ ສຸຂະພາບໃນລາວ

ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ ລາວ ຈຳກັດ (“ພຣູເດັນໂຊລ໌ ລາວ”) ເຊັນບົດບັນທຶກຄວາມເຂົ້າໃຈ ກັບມູນນິທິ ຮ່ວມໃຈພັດທະນາລາວ ກ່ຽວກັບໂຄງການສົ່ງເສີມການປັບຕົວຕໍ່ສະພາບອາກາດ ແລະ ສຸຂະພາບທີ່ເກີດຈາກການປ່ຽນເເປງຂອງດິນຟ້າອາກາດ. ໂຄງການນີ້ໄດ້ການສະໜັບສະໜູນຈາກ ມູນນິທິ ພຣູເດັນສ໌ ໂດຍມີຈຸດປະສົງຊ່ວຍຊຸມຊົນທີ່ມີຄວາມສ່ຽງສູງທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາ ມະຊາດທີ່ເກີດຈາກການປ່ຽນແປງຂອງດິນຟ້າອາກາດໂດຍຜ່ານການເສີມສ້າງຄວາມເຂັ້ມເເຂງດ້ານສຸຂະພາບ, ຊຸກຍູ້ຊຸມຊົນທີ່ມີຄວາມສ່ຽງໃນການພັດທະນາ ແລະ ປະຕິບັດຍຸດທະສາດການຮັບມືຕໍ່ສະພາບອາກາດ ແລະ ສຸຂະພາບ ແລະ ການພັດທະ ນາຄວາມສາມາດໃນທ້ອງຖິ່ນ ແລະ ຍຸດທະສາດການປັບຕົວສໍາລັບການຕັ້ງຖິ່ນຖານ ແລະ ໂຄງສ້າງພື້ນຖານໂຄງການສົ່ງເສີມການປັບຕົວຕໍ່ສະພາບອາກາດ ແລະ ສຸຂະ ພາບ ຈະຖືກຈັດຕັ້ງປະຕິບັດຢູ່ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ເເຂວງຫຼວງພະບາງ ເຊິ່ງມີເປົ້າໝາຍເຂົ້າເຖິງປະຊາຊົນ 5,000 ຄົນ ເຊິ່ງໃນນັ້ນຈຳນວນ 2,500 ຄົນເເມ່ນເປັນເພດຍິງ. ອີງຕາມຂໍ້ມູນຈາກກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ເຊິ່ງ 3 ເຂດນີ້ແມ່ນຮັບຜົນກະທົບຈາກໄພພິບັດທີ່ເກີດຈາກການປ່ຽນແປງຂອງດິນຟ້າອາກາດຫຼາຍທີ່ສຸດ ເຊິ່ງລວມມີ ໄພນ້ຳຖ້ວມ ແລະ ພາຍຸເຂດຮ້ອນ ທີ່ສ້າງພະຍາດຕິດຕໍ່ໂດຍສະເພາະ ໄຂ້ເລືອດອອກ ແລະ ໄຂ້ຍຸງ.
ທ່ານ ສຸພາພອນ ມີຊັບ, ຜູ້ອຳນວຍການຝ່າຍບໍລິຫານແຜນພັດທະນາທຸລະ ກິດ, ພຣູເດັນໂຊລ໌ ລາວ, ມຽນມາ, ເເລະ ກຳປູເຈຍ ກ່າວວ່າ: “ການຮ່ວມມື ລະຫວ່າງ ພຣູເດັນໂຊລ໌ ລາວ ເເລະ ມູນນິທິ ຮ່ວມໃຈພັດທະນາລາວ ເເມ່ນສອດຄ່ອງກັບເປົ້າ ໝາຍພັດທະນາຍືນຍົງຂອງພວກເຮົາ. ພວກເຮົາມີຄວາມຕັ້ງໃຈທີ່ຈະສະໜັບສະໜູນຊຸມຊົນໂດຍຜ່ານໂຄງການສົ່ງເສີມການປັບຕົວຕໍ່ສະພາບອາກາດ ແລະ ສຸຂະ ພາບ. ໂດຍການສ້າງຄວາມເຂັ້ມເເຂງທາງດ້ານສາທາລະນະສຸກ ເເລະ ພັດທະນາຍຸດທະສາດການຮັບມືລະດັບທ້ອງຖິ່ນ, ພວກເຮົາມີເປົ້າໝາຍໃນການຫຼຸດຜ່ອນຜົນກະທົບຈາກການປ່ຽນເເປງດິນຟ້າອາກາດ ເເລະ ປັບປຸງຊີວິດການເປັນຢູ່ຊຸມຊົນທ້ອງຖິ່ນ.”
ສາດສະດາຈານ ປະລິນຍາເອກ ພູວົງ ພົມມະສິດ, ປະທານ ມູນນິທິ ຮ່ວມໃຈພັດທະນາລາວ ກ່າວວ່າ: ການປ່ຽນແປງດິນຟ້າອາກາດໄດ້ສົ່ງຜົນກະທົບຕໍ່ຊຸມຊົນຂອງລາວ ເນື່ອງຈາກການເພີ່ມຂຶ້ນຂອງຂະໜາດ ແລະ ຄວາມເຂັ້ມຂຸ້ນຂອງໄພພິບັດ, ຊຸມຊົນທ້ອງຖິ່ນ ໂດຍສະເພາະແມ່ຍິງໃນເຂດຫ່າງໄກແມ່ນມີຄວາມສ່ຽງຫຼາຍທີ່ສຸດ. ດ້ວຍການຮ່ວມມືລະຫວ່າງ ມູນນິທິຮ່ວມໃຈພັດທະນາລາວ ເເລະ ພຣູເດັນໂຊລ໌ ລາວ, ພວກເຮົາຈະເຮັດວຽກຢ່າງໃກ້ຊິດກັບອຳນາດການປົກຄອງຂອງລັດຖະບານທັງຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອສ້າງຄວາມເຂັ້ມແຂງທາງດ້ານສາມາລະນະສຸກ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃນຊຸມຊົນຜ່ານຄູ່ມືການຈັດຕັ້ງປະຕິບັດ.






