ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາທຸລະກິດຮ່ວມ ລະຫວ່າງ ຟຟລ ແລະ ບໍລິສັດ Impact Electrons Siam Company Limited.

Feb 28, 2025

ວັນທີ 27 ກຸມພາ 2025, ຢູ່ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ (ຟຟລ) ນະຄອນຫຼວງວຽງຈັນ ໄດ້ມີພິທີລົງນາມຮ່ວມມື 2 ຝ່າຍຂື້ນ ເພື່ອສຶກສາຄວາມເປັນໄປໄດ້ໃນການສຶກສາແຫຼ່ງຜະລິດພະລັງງານສະອາດແບບປະສົມປະສານທີ່ຈະມາສະ ໜອງໄຟຟ້າໃຫ້ໂຄງການ SCDC.
ຮ່ວມລົງນາມໂດຍ ທ່ານ ປອ ອາຄົມເດດ ວົງໄຊ ຜູ້ອໍານວຍການໃຫຍ່ ຟຟລ ແລະ ທ່ານ ວໍລະມົນ ຂໍາຄະນິດ ປະທານຜູ້ບໍລິຫານ ບໍລິສັດ Impact Electrons Siam Company Limited. ມີທ່ານ ສຸລິຍາ ມະນີວົງ ຮອງຜູ້ອໍານວຍການໃຫຍ່ ຟຟລ, ທ່ານ ນາງ ພາລະໃດ ສືບມາຜູ້ບໍລິຫານ ບໍລິສັດ Impact Electrons Siam Company Limited ແລະ ຜູ້ບໍລິຫານ 2 ຝ່າຍເຂົ້າ ຮ່ວມ.
ຈຸດປະສົງຂອງການເຊັນ MOU ແມ່ນເພື່ອສຶກສາຄວາມເປັນໄປໄດ້ໃນການສຶກ ສາແຫຼ່ງຜະລິດພະລັງງານສະອາດແບບປະສົມປະສານທີ່ຈະມາສະໜອງໄຟຟ້າໃຫ້ກັບ ໂຄງການ SCDC ແລະ ສຶກສາການສ້າງຕັ້ງບໍລິສັດຮ່ວມທຶນ Laos Green Energy Exchange: “LGEX” ໃນການສະໜອງໄຟຟ້າໃຫ້ເມືອງທັນສະໄໝ ແລະ ສູນຂໍ້ມູນ ເຊິ່ງຫາກຜົນການສຶກສາອອກມີຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ກໍເປັນເງື່ອນໄຂສາມາດຂາຍໄຟໃນລາຄາສູງ ກໍ່ຈະສ້າງລາຍຮັບເພີ່ມອີກຊ່ອງທາງໜຶ່ງໃຫ້ ຟຟລ, ເຊິ່ງຈະລວມເຖິງວຽກງານອື່ນໆ ທີ່ທັງ 2 ຝ່າຍ ມີທ່າແຮງຮ່ວມກັນ ເຊັ່ນ: ເຊົ່າສາຍ OPWG ຂອງ ຟຟລ ໃນການຮັບ-ສົ່ງ ຂໍ້ມູນໃນ Data Center ຂອງ ໂຄງ ການໃນເຂດເສດຖະກິດ ຢູ່ເມືອງ ດາກຈຶງ ແຂວງ ເຊກອງ ທັງເປັນການສົ່ງເສີມນະໂຍບາຍຂອງ ລັດຖະບານ ໃນການດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ເພື່ອສ້າງເສດຖະກິດໃຫ້ມີຄວາມເຂັ້ມແຂງ ເວົ້າລວມ ໂດຍສະເພາະ ແຂວງເຊກອງ.
ທີ່ມາ: ລັດວິສາຫະກິດໄຟຟ້າລາວ
May be an image of 10 people and text