ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈະເລີ່ມຈັດຕັ້ງປະຕິບັດໂຄງການໄລຍະທີສອງ ເພື່ອຕ້ານພະຍາດຕິດຕໍ່ຈາກຍຸງລາຍຢູ່ລາວ

Mar 13, 2025

ໂຄງການຄວບຄຸມປະຊາກອນຍຸງໂລກ, ກະຊວງສາທາລະນະສຸກ ສປປ ລາວ ແລະ ອົງການຊ່ວຍເຫຼືອເດັກ ຈະເລີ່ມປ່ອຍຍຸງລາຍໂວບັກເຄຍໄລຍະທີສອງ ຊຶ່ງໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈໂຄງການໄລຍະທີສອງ ເພື່ອຕ້ານພະຍາດຕິດຕໍ່ຈາກຍຸງລາຍ ຢູ່ລາວ, ໃນວັນທີ 13 ມີນານີ້ ທີ່ໂຮງແຮມລາວພາຊາ, ນະຄອນຫຼວງວຽງຈັນ.
ໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ແລະ ມູນນິທິ ກິລິດສປິ ເປັນເງິນ 8.2 ລ້ານໂດລາອົສຕຣາລີ ຊຶ່ງຈະຊ່ວຍກະຊວງສາທາລະນະສຸກ ໃນການຕ້ານໄຂ້ຍຸງລາຍ ແລະ ພະຍາດຕິດຕໍ່ອື່ນໆ ທີ່ມີຍຸງລາຍເປັນພາຫະລວມທັງໄຂ້ຊິກ້າ ແລະ ໄຂ້ເຈັບຂໍ່ ໃນ ສປປ ລາວ.
ໃນປີ 2025, ໂຄງການຈະຂະຫຍາຍເຂດພື້ນທີ່ໂຄງການໃຫ້ກວມເອົາປະມານ 60 ກິໂລຕາແມັດ ໃນ 9 ຕົວເມືອງຂອງນະຄອນຫຼວງວຽງຈັນ ແລະ 24 ກິໂລຕາແມັດ ທີ່ກວມເອົາ 4 ແຂວງ ເຊັ່ນ: ແຂວງຫຼວງພະບາງ, ອຸດົມໄຊ, ສະຫວັນນະເຂດ ແລະ ແຂວງຈຳປາສັກ. ເຂດໂຄງການປ່ອຍຍຸງຄັ້ງໃໝ່ນີ້ ແມ່ນຈະເຂົ້າເຖິງປະຊາຊົນຫຼາຍກວ່າ 1.2 ລ້ານຄົນ ທີ່ຈະຖືກປົກປ້ອງໂດຍວິທີການໂວບັກເຄຍ, ການຂະຫຍາຍໂຄງການໃນຄັ້ງນີ້ເກີດຂຶ້ນຫຼັງຈາກການປະຕິບັດ ແລະ ໄດ້ບັນລຸຕາມຜົນສຳເລັດຂອງການນຳໃຊ້ຍຸງ ໂວບັກເຄຍ ຢູ່ໃນເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຊຶ່ງໄດ້ຊ່ວຍປົກປ້ອງປະຊາກອນໃນ 32 ບ້ານ ມີທັງໝົດປະມານ 86,000 ຄົນ.
ຂ່າວ: ບຸນອູ້ມ
No photo description available.