ວັນທີ 04 ພຶດສະພາ 2025 ທີ່ນະຄອນຫຼວງວຽງຈັນ, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມື ກ່ຽວກັບການຄົ້ນຄ້ວາ ແລະ ພັດທະນາ ລະຫວ່າງ ສະຖາບັນການແພດ ແລະ ການຢາພື້ນເມືອງ ກັບ ສະຖາບັນກວດກາຢາ ກິ່ງແຂວງສິບສອງພັນນາ ແລະ ບໍລິສັດ ສະຖາບັນຄົ້ນຄ້ວາຢາຊົນເຜົ່າໄຕລື້ 12 ພັນນາ ສປ ຈີນ.
ການຮ່ວມມືກັນຄັ້ງນີ້ ທັງສອງຝ່າຍຈະໄດ້ຮ່ວມກັນໃນການຄົ້ນຄວ້າ ແລະ ພັດທະນາ ພູມປັນຍາດ້ານການແພດ-ການຢາພື້ນເມືອງທີ່ມີວັດທະນະທຳມູນເຊື້ອຂອງລາວ ແລະ ຈີນ ເພື່ອຮັບປະກັນໃນການຄຸ້ມຄອງດ້ານຄຸນນະພາບ ແລະ ຄວາມປອດໄພຂອງວັດຖຸດິບ ແລະ ຜະລິດຕະພັນຢາພື້ນເມືອງ ທີ່ນຳໃຊ້ເຂົ້າໃນການຜະລິດຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ;
ໃຫ້ກຽດລົງນາມຄັ້ງນີ້ໂດຍ ທ່ານ ປອ. ດຣ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ; ທ່ານ ດຣ. ຕາວ ຈຽນຮວາ ຫົວໜ້າສະຖາບັນກວດກາຢາ ກິ່ງແຂວງ ສິບສອງພັນນາ ສປ ຈີນ; ທ່ານ ດຣ. ຫວ່າງຈິນຮຸ່ຍ ຜູ້ຈັດການບໍລິສັດສະຖາບັນຄົ້ນຄວ້າຊົນເຜົ່າໄຕລື້ 12 ພັນນາ ສປ ຈີນ, ນອກນີ້ຍັງມີບັນດາ ກົມອາຫານ ແລະ ຢາ, ມີຜູ້ຈັດການບໍລິສັດທີ່ກ່ຽວຂ້ອງ ຈາກ ສປ ຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍກໍ່ໄດ້ເຂົ້າຮ່ວມເປັນສັກຂີພິຍານ.





