ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແລະ ສິດທິທາງເພດ ດ້ວຍກົນໄກໃໝ່ ລະຫວ່າງ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ແລະ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ຈັດຂຶ້ນໃນວັນທີ 12 ພຶດສະພາ 2025 ໂດຍການລົງນາມລະຫວ່າງ ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ແລະທ່ານ ສຸພົນ ໄຊຍະວົງ ຜູ້ອຳນວຍການສະມາຄົມສົ່ງເສີມສຸຂະພາບຄອບຄົວ ໂດຍມີ ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ. ທັງນີ້, ກໍເພື່ອຮັບເອົາໂຄງການການສົ່ງເສີມສຸຂະພາບຈະເລີນພັນ ແລະ ສິດທິທາງເພດ ດ້ວຍກົນໄກໃໝ່ ເພື່ອຈັດຕັ້ງປະຕິບັດຢູ່ ແຂວງບໍ່ແກ້ວ ແລະ ແຂວງຫລວງນໍ້າທາ ໂດຍເລີ່ມຈັດຕັ້ງປະຕິບັດໃນປີ 2025 ຫາ ເດືອນມິຖຸນາ 2028, ລວມມູນຄ່າ 2.896.000 ໂດລາອົດສະຕຣາລີ ໂດຍການສະໜັບສະໜູນ ຈາກກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ ຜ່ານສະຫະພັນວາງແຜນຄອບຄົວສາກົນ.
ໂອກາດນີ້, ທ່ານ ນາງ ຈັນສີ ພິມພະຈັນ ປະທານສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ກ່າວວ່າ: ໂຄງການນີ້, ຈະປະຕິບັດໃນ 2 ແຂວງ, 8 ເມືອງ, 8 ໂຮງໝໍເມືອງ, 70 ສຸກສາລາ ແລະ 303 ບ້ານ, ປົກຄຸມປະຊາກອນ 512.500 ຄົນ, 85% ຂອງຊົນເຜົ່າ, ໃນພື້ນທີ່ພູດອຍ ແລະ ຫ່າງໄກສອກຫລີກ. ໄລຍະຂອງໂຄງການ ແມ່ນນັບແຕ່ ມື້ເຊັນບົດບັນທຶກຄວາມເຂົ້າໃຈ ຈົນຮອດເດືອນມິຖຸນາ ປີ 2028 ແລະ ງົບປະມານ ທັງໝົດ 2.896.000 ໂດລາອົດສະຕຣາລີ. ພ້ອມນີ້, ທ່ານຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະປະສານງານທີ່ດີກັບພາກລັດທຸກໆຂັ້ນ ໃນການຈັດຕັ້ງປະຕິບັດທຸກໆກິດຈະກຳພາຍໃນໂຄງການດັ່ງກ່າວໃຫ້ສຳເລັດ ຢ່າງມີປະສິດທິຜົນ.
ລັດຖະບານລາວ ໄດ້ກໍານົດເອົາແຜນງານດ້ານສຸຂະພາບແມ່ ແລະ ເດັກ ເປັນແຜນງານບຸລິມະສິດ, ໃນບັນດາ 11 ຕົວຊີ້ບອກທີ່ໄດ້ກໍານົດໂດຍສະພາແຫ່ງຊາດ ເພື່ອຕິດຕາມຄວາມຄືບໜ້າຂອງຂະແໜງການສາທາລະນະສຸກ ເພື່ອກ້າວໄປສູ່ການຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ ແລະ ການປົກຄຸມສຸຂະພາບທົ່ວປວງຊົນ. ເປົ້າໝາຍການພັດທະນາແບບຍືນຍົງ ມີ 7 ຕົວຊີ້ບອກທີ່ໄດ້ສຸມໃສ່ວຽກງານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ຊຶ່ງເປັນການເນັ້ນເຖິງຄວາມສໍາຄັນຂອງວຽກງານສຸຂະພາບຈະເລີນພັນ. ນອກຈາກນີ້, ການໃຫ້ບໍລິການການຫລຸລູກປອດໄພ ແມ່ນການຈັດການ ແລະ ປະຕິບັດມາດຕະການຕ່າງໆ ເພື່ອປ້ອງກັນອັນຕະລາຍທີ່ອາດເກີດຂຶ້ນແກ່ຄົນເຈັບ ໃນເວລາທີ່ມາຮັບບໍລິການ. ການດໍາເນີນງານດ້ານນີ້, ລວມມີການປະເມີນຄວາມສຽງ, ການກໍ່ສ້າງລະ ບົບຄວາມປອດໄພ, ການອົບຮົມພະນັກງານໃຫ້ມີຄວາມຮູ້, ຄວາມສາມາດໃນການປ້ອງກັນ ແລະ ຕອບໂຕ້ສະຖານະການຕ່າງໆ ຢ່າງທັນການ.
ຂ່າວ: ທະນູທອງ




