ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໂດຍການມີສ່ວນຮ່ວມຂອງແມ່ຍິງ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025 ໂດຍການຮ່ວມລົງນາມລະຫວ່າງ ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງສາລະວັນ ກັບ ທ່ານ ນາງ ແກ້ວອຳພອນ ສຸວັນນະພູມ ຜູ້ອໍານວຍການອົງການແຄຣ໌ນານາຊາດ ປະຈຳ ສປປ ລາວ ໂດຍມີ ພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ອົງການແຄຣ໌ ມີຄວາມມຸ່ງໝັ້ນ ຕໍ່ກັບການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ເດັກ, ການພັດ ທະນາແບບຍືນຍົງ ໃນ ສປປ ລາວ ໂດຍການເປັນໃຈກາງຂອງແມ່ຍິງ ເພື່ອສ້າງຄວາມເຂັ້ມແຂງ ແລະ ເປີດໂອກາດໃຫ້ແກ່ແມ່ຍິງໃນເຂດຊົນນະບົດ ໄດ້ປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ, ການອະນຸລັກລະບົບນິເວດ ແລະ ຄວາມພະຍາຍາມປົກປັກຮັກສາສິ່ງແວດລ້ອມ, ພ້ອມທັງສ້າງເຄືອຂ່າຍຂອງຄູ່ຮ່ວມງານທີ່ມີຄວາມຊໍານິຊໍານານ. ເປົ້າໝາຍລວມຂອງໂຄງການ ແມ່ນຄວາມພະຍາຍາມຂອງລະດັບພາກພື້ນ ເພື່ອເລັ່ງລັດໃນການຈັດຕັ້ງປະຕິບັດນະໂຍບາຍ ແລະ ແນວທາງການປັບຕົວໃຫ້ເຂົ້າກັບສະພາບດິນຟ້າອາກາດທີ່ກ່ຽວຂ້ອງກັບແມ່ຍິງ ແລະ ເດັກ ຢູ່ໃນ 4 ປະເທດ ຄື: ລາວ, ຫວຽດນາມ, ເປຣູ ແລະ ເອກົວດໍ, ເລີ່ມຕົ້ນດ້ວຍການຈັດຕັ້ງປະຕິບັດໃນຂັ້ນທ້ອງຖິ່ນຂອງ ສປປ ລາວ, ຍົກສູງບົດບາດຂອງແມ່ຍິງ ໃນການທົນທານຕໍ່ສະພາບດິນຟ້າອາກາດ ແລະ ການຄຸ້ມຄອງຊຸມຊົນ.
ເມືອງເລົ່າງາມ ແຂວງສາລະວັນ ແມ່ນເປົ້າໝາຍໜຶ່ງ ທີ່ເປັນການລິເລີ່ມຈັດຕັ້ງປະຕິບັດຢູ່ພາຍໃນ 12 ບ້ານ ຂອງເມືອງ ເຊິ່ງຈະສ້າງຜົນປະໂຫຍດທາງກົງ ແລະ ທາງອ້ອມໃຫ້ກັບປະຊາຊົນ ໃນຈຳນວນ 780 ທ່ານ, ຍິງ 540 ທ່ານ ໂດຍສະເພາະແມ່ນເລັ່ງໃສ່ແມ່ຍິງຊົນເຜົ່າ ເປັນຕົ້ນ ຈະໄດ້ຮັບຮູ້, ເຂົ້າໃຈກ່ຽວກັບການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ, ໄດ້ແລກປ່ຽນບົດຮຽນຜ່ານການເຂົ້າຮ່ວມການຝຶກອົບຮົມ ແລະ ການຈັດຕັ້ງປະຕິບັດຕົວຈິງ, ລວມທັງປະຊາຊົນ, ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ຊຸມຊົນ. ໂຄງການດັ່ງກ່າວ ຈະໄດ້ດຳເນີນໄປຕັ້ງແຕ່ມື້ໄດ້ຮັບອະນຸມັດ ຈົນເຖິງ ວັນທີ 31 ກໍລະກົດ 2027.
ອົງການແຄຣ໌ ໄດ້ປະຕິບັດວຽກຢູໃນທົ່ວໂລກ ເພື່ອລຶບລ້າງຄວາມທຸກຍາກໃຫ້ບັນລຸຄວາມຍຸຕິ ທໍາທາງສັງຄົມ ໃນ ສປປ ລາວ ເຊິ່ງໄດ້ເຮັດວຽກຮ່ວມກັບລັດຖະບານ, ອົງການຈັດຕັ້ງທາງສັງຄົມ, ຊຸມຊົນ ແລະ ພາກສ່ວນເອກະຊົນ ເພື່ອສ້າງຄວາມເຂັ້ມແຂງໃຫ້ກຸ່ມຄົນທີ່ມີຄວາມສ່ຽງ ໂດຍສະເພາະແມ່ ຍິງ ແລະ ເດັກ ໂດຍຜ່ານການພັດທະນາແບບມີສ່ວນຮ່ວມ ແລະ ການສ້າງຄວາມທົນທານ.
ຂໍ້ມູນ-ພາບ: ອົງການແຄຣ໌


