ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊັນບົດບັນທືກຄວາມເຂົ້າໃຈລະຫວ່າງ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ຟີລິບປີນ

Nov 21, 2024

ເຊັນບົດບັນທືກຄວາມເຂົ້າໃຈລະຫວ່າງ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ຟີລິບປີນ
ພິທີພົບປະສອງຝ່າຍລະຫວ່າງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ສາທາລະນະລັດ ຟີລິບປີນ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກ 2024 ນີ້, ເຊິ່ງຝ່າຍລາວນຳໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ຝ່າຍ ຟີລິບປີນ ນໍາໂດຍ ທ່ານ ກີວເບີໂຕ ຊີ ທີໂອໂດໂຣ ຈຸເນຍ ລັດຖະມົນຕີກະຊວງປ້ອງກັນປະເທດ ສາທາລະນະລັດ ຟີລິບປີນ ພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ.
ໃນການພົບປະສອງຝ່າຍໄດ້ຕີລາຄືນກ່ຽວກັບຜົນສໍາເລັດຂອງພົວພັນຮ່ວມມືຂອງສອງປະເທດ ເວົ້າລວມ ເວົ້າສະເພາະ ຂົງເຂດວຽກງານປ້ອງກັນຊາດ ເຊິ່ງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ການພົບປະສອງຝ່າຍໃນຄັ້ງນີ້ ເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ກໍຄື ສອງກອງທັບ ລາວ-ຟີລິບປີນ.
ໂອກາດນີ້, ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ສາທາລະນະລັດ ຟີລິບປີນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ພ້ອມທັງ ຢືນຢັນຈະສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ຟີລິບປິນ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ ແລະ ນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ.
ຈາກນັ້ນ, ລັດຖະມົນຕີກະຊວງປ້ອງກັນປະເທດຂອງສອງປະເທດ ໄດ້ລົງນາມເຊັນບົດບັນທືກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານວຽກງານປ້ອງກັນຊາດ ລະຫວ່າງ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ຟີລິບປີນ.
ຂ່າວ: ເດດອາລຸນ ແກ້ວວິໄລ