ພິທີເຊັນສັນຍາການສະໜອງທຶນ ກອງທຶນພັດທະນານ້ຳເທີນ 2 ໄລຍະ II ເພື່ອສືບຕໍ່ຈັດຕັ້ງປະຕິບັດໃນປີ 2024, ລະຫວ່າງ ບໍລິສັດ ໄຟຟ້ານ້ຳເທີນ 2 ຈໍາກັດ ກັບ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 22 ຕຸລາ 2024 ທີ່ສູນໂຄງການນໍ້າເທີນ 2 ເມືອງຍົມ ມະລາດ ແຂວງຄໍາມ່ວນ, ໃຫ້ກຽດລົງນາມໃນສັນຍາຄັ້ງນີ້ໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ມາກ-ອອງຕວນ ຣຸບ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້ານໍ້າເທີນ 2, ມີຫົວໜ້າພະແນກການພາກລັດ ແລະ ບໍລິສັດ ຕະຫຼອດຮອດຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ກອງທຶນດັ່ງກ່າວ ໄດ້ຂະຫຍາຍຂອບເຂດການພັດທະນາຊຸມ ຊົນໃນພາກພື້ນໃຫ້ຫຼາຍຂຶ້ນ. ບໍລິສັດໄຟຟ້ານ້ຳເທີນ 2 ຈະເພີ່ມຄວາມມຸ່ງໝັ້ນໃນການພັດທະນາຊຸມຊົນໄປທົ່ວເມືອງນາກາຍ ແລະ ຂະຫຍາຍໄປສູ່ ເມືອງຍົມມະລາດ ແລະ ເມືອງມະຫາໄຊ, ໂດຍຈະສຸມໃສ່ 4 ແຜນຫຼັກຄື: ການສຶກສາ, ສາທາລະນະສຸກ, ພື້ນຖານໂຄງລ່າງທີ່ຈຳເປັນ ແລະ ນໍ້າເພື່ອການພັດທະນາ.
ນອກນັ້ນ, ຍັງໄດ້ສຸມໃສ່ການປົກປັກຮັກສາສິ່ງແວດລ້ອມ ແລະ ການອະນຸລັກຊີວະນາໆພັນ. ບໍລິສັດຈະສືບຕໍ່ສົ່ງເສີມການປູກຈິດສໍານຶກ ແລະ ໂຄງການຂໍ້ມູນຂ່າວສານຂອງຊາວໜຸ່ມໃນຊຸມຊົນທ້ອງຖິ່ນ ເພື່ອຮັບປະກັນໃຫ້ກິດຈະກໍາການພັດທະນາດໍາເນີນໄປຢ່າງຍືນຍົງ. ບໍລິສັດມີຄວາມມຸ່ງໝັ້ນ ທີ່ຈະຮ່ວມມືຢ່າງໃກ້ຊິດກັບແຂວງຄໍາມ່ວນ ເພື່ອຕອບສະໜອງຄວາມຕ້ອງການ ແລະ ຄວາມ ປາດຖະໜາຂອງຊຸມຊົນທ້ອງຖິ່ນ, ໂດຍການເສີມສ້າງທ່າແຮງ ແລະ ຂີດຄວາມສາມາດແກ່ສະຖາບັນຕ່າງໆ.
ກອງທຶນນີ້ຖືກຈັດຕັ້ງຂຶ້ນຕາມຂໍ້ຕົກລົງຄວາມຮ່ວມມື ກອງທຶນພັດທະນານໍ້າເທີນ 2 ຊຶ່ງລົງນາມລະຫວ່າງ ແຂວງຄຳມ່ວນ ແລະ ນໍ້າເທີນ 2 ໃນເດືອນ ມິຖຸນາ ປີ 2018, ໂດຍການສະໜັບ ສະໜູນທຶນໃຫ້ແກ່ໂຄງການຕ່າງໆ ທີ່ຕັ້ງໜ້າພັດທະນາເສດຖະ ກິດ-ສັງຄົມ ແບບຍືນຍົງແກ່ຊຸມຊົນທ້ອງຖິ່ນທີ່ຢູ່ໃນເຂດໂຄງການນ້ຳເທີນ 2 ກໍຄືໃນແຂວງຄໍາມ່ວນ. ເງິນທຶນທີ່ຈັດສັນໃຫ້ແກ່ ກອງທຶນພັດທະນານໍ້າເທີນ 2 ແມ່ນຖືກຄິດໄລ່ຕາມປະລິມານພະລັງ ງານທີຜະລິດໄດ້ປະຈໍາປີຈາກ ນ້ຳເທີນ 2 ຫຼື ເທົ່າກັບ 1.000 ກີບຕໍ່ກິໂລວັດໂມງ ຈົນເຖິງປີ 2035.
ຂ່າວ: ມະນີວັນ




