ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ພິທີເຊັນ ສັນຍາວ່າດ້ວຍການຄຸ້ມຄອງ, ສະຫງວນ ແລະ ປົກປັກຮັກສາຟື້ນຟູປ່າໜາກຈອງບານ ຢູ່ເຂດຫ້ວຍແຄນ ແລະ ຫ້ວຍລະໂມງ ທີ່ນອນໃນປ່າຜະລິດນໍ້າກົງ ແລະ ປ່າປ້ອງກັນເຊຊູ ຢູ່ເຂດບ້ານຫາດຊັນ ເມືອງໄຊເສດຖາ ແຂວງອັດຕະປື ລະຫວ່າງ ອົງການປົກຄອງ ແຂວງອັດຕະປື ກັບບໍລິສັດພັດທະນາ ເຂດນິຄົມອຸດສາຫະກຳ ລັດຕະນະພອນ ຈຳກັດຜູ້ດຽວ ຈັດຂຶ້ນໃນວັນທີ 2 ເມສາ 2025 ທີ່ພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ຮ່ວມລົງນາມຄັ້ງນີ້ໂດຍທ່ານ ຄໍາໃບ ໄຊຍະແສງ ຮອງຫົວໜ້າ ພະແນກແຜນການ-ການລົງທຶນແຂວງອັດຕະປື ແລະ ທ່ານ ນາງ ລັດຕະນະພອນ ສິງຄໍາປະເສີດ ຜູ້ອຳນວຍການ ບໍລິສັດ ພັດທະນາ ເຂດນິຄົມອຸດ ສາຫະກຳ ລັດຕະນະພອນ ຈຳກັດຜູ້ດຽວ ໂດຍມີທ່ານ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງອັດຕະປື ພ້ອມດ້ວຍພະແນກການອ້ອມຂ້າງແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການເຊັນສັນຍາຄັ້ງ ເພື່ອພັດທະນາເສດຖະກິດ ຂອງ ສປປ ລາວ ແລະ ເພື່ອຊຸກຍູ້ສົ່ງເສີມການພັດທະນາວຽກງານໂຄງການຄຸ້ມຄອງ, ສະຫງວນ ແລະ ປົກປັກຮັກສາຟື້ນຟູປ່າໝາກຈອງບານ ໃນເຂດຫ້ວຍແຄນ ແລະ ຫ້ວຍລະໂມງ ທີ່ນອນໃນປ່າຜະລິດນໍ້າກົງ ແລະ ປ່າປ້ອງກັນເຊຊູ ຢູ່ເຂດບ້ານຫາດຊັນ ເມືອງໄຊເສດຖາ ແຂວງອັດຕະປື. ພ້ອມນີ້, ທາງ ບໍລິສັດ ກໍຢາກຕ້ອງການໄດ້ຮັບຜົນປະໂຫຍດທີ່ເໝາະສົມ ຈາກການນໍາໃຊ້ທ່າແຮງບົ່ມຊ້ອນພາຍໃນຂອງປະເທດ ໂດຍສະເພາະ ການນໍາໃຊ້ເນື້ອທີ່ດິນ ແລະ ເງື່ອນໄຂທຳມະຊາດ.
ຂ່າວ: ວັດທະນາ




