ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊັນສັນຍາຊ່ວຍເຫຼືອໂຄງການກໍ່ສ້າງນໍ້າລິນ ບ້ານຄຳມ່ວນ

Nov 28, 2024

ພິທີເຊັນສັນຍາໃຫ້ການຊ່ວຍເຫຼືອລ້າໂຄງການກໍ່ສ້າງນໍ້າລິນຢູ່ບ້ານຄຳມ່ວນ ເມືອງຄຳເກີດ, ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 26 ພະຈິກ 2024 ຢູ່ຫ້ອງປະຊຸມເບີ 2 ຂອງແຂວງ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄຳໄຊ, ທ່ານ ໂຕອິຊູມີ ຊືໂຕະມຸ ( KOIZUMI Tsutomu ) ເອກອັກຄະລາຊະທູດຍີ່ປຸ່ນ ປະຈຳລາວ, ມີບັນດາການນຳຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດທ່ີທ່ານ ໂຕອິຊູມີ ຊືໂຕະມຸ ( KOIZUMI Tsutomu) ໄດ້ລົງມາເຄື່ອນໄຫວເຮັດຢູ່ແຂວງບໍລິຄໍາໄຊ ໃນຄັ້ງນີ້ ທ່ານຍັງໄດ້ຕ່າງນ້າໃຫ້ກັບລັດຖະບານຍີ່ປຸ່ນ ເຊັນສັນຍາໃຫ້ທຶນຊ່ວຍເຫຼື່ອລ້າ ໃນໂຄງການກໍ່ສ້າງນໍ້າລິນ ຢູ່ບ້ານຄໍາມ່ວນ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໃນມູນຄ່າ 38.497 ໂດລ່າສະຫະລັດ, ເຊິ່ງຕາງໜ້າລົງນາມເຊັນຮັບທຶນທີ່ນໍາມາມອບໃຫ້ໃນຄັ້ງນີ້ໂດຍທ່ານ ພານິວອນ ແກ້ວພຸດທະວົງ ຫົວໜ້າຫ້ອງການສາທາລະນະສຸກ ເມືອງຄຳເກີດ ໂດຍຊ້ອງໜ້າການນຳຂອງແຂວງ-ເມືອງ, ໂອກາດດັ່ງກ່າວ ທ່ານ ເຈົ້າແຂວງ ບໍລິຄໍາໄຊ ຍັງໄດ້ກ່າວຂອບໃຈ ແລະ ໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ທຸກການຊ່ວຍເຫຼືອໃຫ້ໄດ້ຮັບໝາກຜົນ.
ຂ່າວ-ພາບ: ວຽງສະຫວັນ
May be an image of 11 people and text