ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊັນສັນຍາປຸງແຕ່ງຢາພື້ນເມືອງ

Nov 10, 2024

ວັນທີ 8 ພະຈິກ 2024 ທີ່ນະຄອນຫຼວງວຽງຈັນ, ໄດ້ມີພິທີເຊັນສັນຍາການຮ່ວມມື ລະຫວ່າງຫ້ອງປຸງແຕ່ງຢາພື້ນເມືອງລາວ ເອັກສພີ ຈຳກັດຜູ້ດຽວ ແລະ ກຸ່ມບໍລິສັດ ອຸດສາຫະກຳການຢາກວາງໂຈ ຈິນຊາ.
ການເຊັນສັນຍາຮ່ວມກັນໃນຄັ້ງນີ້ ເພື່ອເປັນການເສີມຂະຫຍາຍດ້ານຢາພື້ນເມືອງໃນປະເທດລາວ ເພື່ອຮ່ວມມືກັນໃນການພັດ ທະນາທາງດ້ານການແພດຂອງປະເທດລາວໃຫ້ເຕີບໃຫຍ່ເພື່ອຮັບ ໃຊ້ປະຊາຊົນລາວ.
ໂດຍການລົງນາມຂອງ ທ່ານ ຕີງ ເຢ້ຟານ ປະທານຫ້ອງແຕ່ງຢາພື້ນເມືອງ ເອັກສພີ ຈຳກັດ ແລະ ທ່ານ ເຊີງ ຊຽງ ປະທານ ກຸ່ມບໍລິສັດອຸດສະຫະກຳການຢາ ກວາງໂຈ ຊິນຊາ.