ໃນຕອນບ່າຍຂອງວັນທີ 13 ທັນວາ 2024 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ, ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໄດ້ຈັດພິທີເຊັນສັນຍາສະໜອງທຶນ ລະຫວ່າງ ທສວ ກັບ ທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ ທີ່ເປັນຄູ່ຮ່ວມມື ທສວ ເພື່ອໃຫ້ນໍາເອົາທຶນດັ່ງກ່າວໄປສະໜອງສິນເຊື່ອໃຫ້ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ). ໃຫ້ກຽດເຂົ້າ ຮ່ວມເປັນປະທານ ແລະ ເປັນສັກຂີພະຍານຂອງງານດັ່ງກ່າວ ໂດຍ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ປະທານສະພາບໍລິຫານ ທສວ, ພ້ອມດ້ວຍບັນດາສະມາຊິກສະພາບໍລິຫານ ທສວ ແລະ ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ພາກທຸລະກິດ ເຂົ້າຮ່ວມ.
ພິທີເຊັນສັນຍາດັ່ງກ່າວ ແມ່ນເປັນການເຊັນສັນຍາສະໜອງທຶນ ຈຳນວນ 03 ບ້ວງເງິນ ລວມທັງໝົດ ຈຳນວນ 371,93 ຕື້ກິບ ໂດຍມີລາຍລະອຽດ ຂອງແຕ່ລະບ້ວງ ຄືດັ່ງນີ້:
1. ບ້ວງເງິນປະກອບທຶນຂອງລັດຖະບານໃຫ້ ທສວ ປະຈໍາປີ 2024 ຈໍານວນ 194.38 ຕື້ກີບ ໃຫ້ 05 ທະນາຄານທຸລະກິດຄື: (1) ທະນາຄານການຄ້າຕ່າງປະເທດລາວ ຈໍານວນ 64.38 ຕື້ກີບ;(2) ທະນາຄານພັດທະນາລາວ ຈໍານວນ 40 ຕື້ກີບ; (3) ທະນາ ຄານໄຊງ່ອນເທືອງຕິ່ນ ລາວ ຈໍານວນ 40 ຕື້ກີບ;(4) ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍານວນ 30 ຕື້ກີບ; ແລະ (5) ທະນາຄານຫວຽດຕິນ ລາວ ຈໍານວນ 20 ຕື້ກີບ;
2. ບ້ວງເງິນໂຄງການເຂົ້າເຖິງແຫຼ່ງທຶນຂອງ ຈນກ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 (MSME A2F-ESR) ຈຳນວນ 165.06 ຕື້ກີບ ໃຫ້ 05 ທະນາຄານທຸລະກິດຄື: (1) ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍານວນ 40 ຕື້ກີບ; (2) ທະນາຄານໄຊງ່ອນເທືອງຕິ່ນ ລາວ ຈໍານວນ 40 ຕື້ກີບັ;(3) ທະນາຄານມາຣູຮານເຈແປນ ລາວ ຈໍານວນ 40 ຕື້ກີບ;(4) ທະນາ ຄານຫວຽດຕິນ ລາວ ຈໍານວນ 35 ຕື້ກີບ; ແລະ (5) ທະນາຄານລາວ ຈີນ ຈໍານວນ 10.06 ຕື້ກີບ;
3. ບ້ວງເງິນສະສົມຂອງ ທສວ ຈຳນວນ 12.49 ຕື້ກີບ ໃຫ້ 08 ສະຖາບັນການເງິນຈຸລະພາກ ຄື: (1) ສກຈຮ ປະຕູຄຳ ຈໍານວນ 03 ຕື້ກີບ; (2) ສກຈບ ສົມບູນຊັບ ຈໍານວນ 02 ຕື້ກີບ;(3) ສກຈຮ ຈໍາປາລາວ ຈໍານວນ 1.8 ຕື້ກີບ;(4) ສກຈບ ສະເຫຼີມສຸກ ຈໍານວນ 1.5 ຕື້ກີບ;(5) ສກຈບ ໄຊອຸດົມ ຈໍານວນ 1.5 ຕື້ກີບ;(6) ສກຈຮ ດອກຄູນ ຈໍານວນ 1.09 ຕື້ກີບ;(7) ສກຈບ ໄຊຍະວົງແສງ ຈໍານວນ 01 ຕື້ກີບ; ແລະ (
ສກຈບ ເນັກ ຈໍານວນ 600 ລ້ານກີບ.
ການສະໜອງທຶນໃຫ້ທະນາຄານທຸລະກິດ ແລະ ສະຖາ ບັນການເງິນຈຸລະພາກ ທີ່ເປັນຄູ່ຮ່ວມມື ຂອງ ທສວ ໃນຄັ້ງນີ້ ແມ່ນສຸດທີ່ຈະມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ຊຶ່ງບັນດາສະຖາບັນການເງິນ ຈະໄດ້ນຳໃຊ້ທຶນ ເພື່ອສະໜອງສິນເຊື່ອໃຫ້ ຈນກ ຕາມທິດທາງນະໂຍບາຍ ຂອງລັດຖະບານ, ໂດຍຈະສຸມໃສ່ການສະໜອງທຶນໃຫ້ ຈນກ ທີ່ເປັນບູລິມະສິດຂອງທ້ອງຖິ່ນ ເປັນຕົ້ນແມ່ນ ເຂົ້າ, ປາ, ຊີ້ນ, ໄຂ່ ແລະ ພືດຜັກ ເພື່ອກະຕຸ້ນການຜະລິດພາຍໃນ ຫຼຸດຜ່ອນການນຳເຂົ້າສິນຄ້າຈາກຕ່າງປະເທດ. ເພື່ອປະກອບສ່ວນເຂົ້າໃນການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຊຶ່ງການນຳໃຊ້ທຶນທີ່ສະໜອງໃຫ້ ຄູ່ຮ່ວມມື ຂອງ ທສວ ໃນຄັ້ງນີ້ ທສວ ກໍ່ໄດ້ຄົ້ນຄວ້າ ແລະ ກຳນົດຈຸດສຸມຂອງການສະໜອງທຶນ ສຳລັບແຕ່ລະບ້ວງ ຄື:
1. ບ້ວງ ປະກອບທຶນຂອງລັດຖະບານໃຫ້ ທສວ ແມ່ນສຸມໃສ່ ປ່ອຍກູ້ໃຫ້ຫົວໜ່ວຍ ຈນກ ບູລິມະສິດ ໃນການຜະລິດສິນຄ້າ ປະເພດ ເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກ ຊຶ່ງທາງ ທສວ ໄດ້ສົມ ທົບກັບພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ/ນະຄອນ ຫຼວງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ/ນະຄອນຫຼວງ ເພື່ອຄົ້ນຄວ້າຄັດເລືອກຫົວໜ່ວຍບູລິມະສິດທີ່ເປັນທ່າແຮງຂອງແຂວງສົ່ງໃຫ້ກັບບັນດາທະນາຄານທຸລະກິດທີ່ເປັນຄູ່ຮ່ວມມື ແລະ ໄດ້ຮັບການສົ່ງລາຍຊື່ທົ່ວປະເທດ ຈໍານວນ 473 ຫົວໜ່ວຍ ຊຶ່ງ ທສວ ໄດ້ນໍາສົ່ງໃຫ້ບັນດາທະນາຄານທຸລະກິດ ເພື່ອປະເມີນໝົດແລ້ວ.
2. ບ້ວງເງິນສະສົມຂອງ ທສວ ແມ່ນເນັ້ນໃສ່ກຸ່ມຜະລິດ ແລະ ຫົວໜ່ວຍທຸລະກິດຜະລິດ ຂະໜາດຈຸນລະວິສາຫະກິດ (ທຸລະ ກິດຄອບຄົວ) ຜະລິດປະເພດສິນຄ້າ ເຊັ່ນ ເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກ ແລະ ຈະສະໜອງໃຫ້ ກຸ່ມຜູ້ຜະລິດ ໂດຍຈະເຮັດທົດລອງປ່ອຍກູ້ໃຫ້ກຸ່ມຜະລິດໝາກເຜັດ ຊຶ່ງແມ່ນ ສກຈຮ ປະຕູຄໍາ ຮ່ວມເຮັດວຽກກັບສະມາຄົມຜະລິດ ແລະ ປຸງແຕ່ງກະສິກໍາລາວ ຢູ່ໃນນະຄອນຫຼວງວຽງຈັນ.
3. ບ້ວງເງິນໂຄງການເຂົ້າເຖິງແຫຼ່ງທຶນຂອງ ຈນກ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 (MSME A2F-ESR) ແມ່ນປະຕິບັດຕາມເງື່ີອນໄຂຂອງຜູ້ໃຫ້ທຶນ ກໍ່ຄືຕາມເງື່ອນໄຂຂອງໂຄງການ ກຳນົດໄວ້.ຊຶ່ງ ເລີ່ມ ກາງ ປີ 2024 ຫາ 28 ພະຈິກ 2025 ແມ່ນຈະຕ້ອງໄດ້ປ່ອຍກູ້ໃນອັດຕາດອກເບ້ຍຕາມກົນໄກຕະຫຼາດ.
ຂໍ້ມູນເພີ່ມເຕີມສາມາດຕິດຕໍ່ໄດ້ຕາມທີ່ຢູ່ຂ້າງລຸ່ມນີ້:
ກະຊວງອຸດສາຫະກຳ ເເລະ ການຄ້າ, ສຳນັກງານສົ່ງເສີມຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສຈນກ), ກອງທຶນສົ່ງເສິມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ), ຖະໜົນໂພນໄຊ, ບ້ານໂພນໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
ເບີໂທ (+856-21) 410005
ເວັບໄຊ: https://www.laosmefund.org/
YouTube: MSME Promotion Fund
Application: Lao SME Fund
Tiktok: Laomsmepromotionfund







