ໃນວັນທີ 26 ມິຖຸນາ 2025, ຢູ່ທີ່ໂຮງແຮມ ຈຳປາສັກ ແກຣນ, ນະຄອນປາກເຊ, ແຂວງຈຳປາສັກ ໄດ້ຈັດພິທີເຊັນສັນຍາສຳປະທານ (Concession Agreement) ໂຄງການພັດທະນາເສດຖະກິດ ດ່ານຊ່ອງຕາອູ ບ້ານຫຽງ, ເມືອງສຸຂຸມາ, ແຂວງຈໍາປາສັກ ລະຫວ່າງ ອົງການປົກຄອງແຂວງຈໍາປາສັກ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ກັບ ບໍລິສັດ ວິທີເອັນກໍ່ສ້າງ ຈຳກັດຜູ້ດຽວ. ເປັນກຽດເຂົ້າຮ່ວມພິທີເຊັນສັນຍາໃນຄັ້ງນີ້ໂດຍ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ແລະ ທ່ານ ພູວັນ ບຸດດາຄໍາ ປະທານ ບໍລິສັດ ວີທີເອັນກໍ່ສ້າງ ຈຳກັດຜູ້ດຽວ, ນອກຈາກນີ້ຍັງມີບັນດາທ່ານຈາກພະແນກການທີ່ ກ່ຽວຂ້ອງ ອ້ອມຂ້າງ ເຂົ້າຮ່ວມເປັນສັກຂີພະຍານ.
ພະແນກແຜນການ ແລະ ການລົງທຶນແຂວງ ລົງນາມໂດຍທ່ານ ສົມພອນ ພົມມີໄຊ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ບໍລິສັດ ວີທີເອັນກໍ່ສ້າງ ຈຳກັດຜູ້ດຽວ ລົງນາມໂດຍ ທ່ານ ພູວັນ ບຸດດາຄໍາ ປະທານບໍລິສັດ, ຝ່າຍອົງການປົກຄອງແຂວງ ລົງນາມເປັນພະຍານ ປະກອບມີ ທ່ານ ຈັນທະວີສຸກ ວັນສີລິ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ,ທ່ານ ສຸກດາວັນ ແສນທະວີສຸກ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ທ່ານ ສີສະຫວັດ ສີລິວັດ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ພອນພິລຸນ ນໍລະສິນ ຮອງເຈົ້າເມືອງສຸຂຸມາ. ຝ່າຍບໍລິສັດ ວີທີເອັນກໍ່ສ້າງ ຈຳກັດຜູ້ດຽວ ລົງນາມເປັນພະຍານ ມີ ທ່ານ ນ. ຕາລີ ວັດທະນາ, ຜູ້ອຳນວຍການບໍລິສັດ.
ພິທີເຊັນສັນຍາສຳປະທານ ໃນຄັ້ງນີ້ ແມ່ນປະຕິບັດຕາມຂໍ້ຕົກລົງຂອງເຈົ້າແຂວງຈຳປາສັກ ເລກທີ 666/ຈຂ.ຈສ, ວັນທີ 12 ມິຖຸນາ 2025 ວ່າດ້ວຍການມອບສິດໃຫ້ ພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າໂດຍ ອົງການປົກຄອງແຂວງ ເຊັນສັນຍາສໍາ ປະທານ (CA) ໂຄງການພັດທະນາເສດຖະກິດ ດ່ານຊ່ອງຕາອູ ບ້ານຫຽງ, ເມືອງສຸຂຸມາ, ແຂວງຈຳປາສັກ ຂອງ ບໍລິສັດ ວີທີເອັນກໍ່ສ້າງ ຈຳກັດຜູ້ດຽວ. ໂດຍໂຄງການດັ່ງກ່າວໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ ໃນຄັ້ງວັນທີ 28 ກຸມພາ 2024.
ຜູ້ລົງທຶນ ແມ່ນ ບໍລິສັດ ວີທີເອັນກໍ່ສ້າງ ຈຳກັດຜູ້ດຽວ, ຮູບແບບການລົງທຶນ ພາຍໃນ 100%, ມີໄລຍະສຳປະທານ 50 ປີ, ຂອບເຂດສໍາປະທານເນື້ອທີ່ທັງໝົດ 110 ເຮັກຕາ ໃນນັ້ນ ກິດຈະກຳຫລັກປະກອບມີ: ເຂດຄິວລົດ ແລະ ຮ້ານຄ້າໃຫ້ເຊົ່າ, ເຂດສາງສິນຄ້າ ແລະ ຈຸດດ່ຽນຖ່າຍ, ແລກປ່ຽນຊື້-ຂາຍສິນຄ້າ, ເຂດລານຈັດກິດຈະກຳປະເພນີຕ່າງໆ ກາງແຈ້ງ ແລະ ໃນຮົ່ມ.
ຂ່າວ-ພາບ: ຈັນທະວີສັກ





