ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊັນສັນຍາສ້າງຕັ້ງໂຮງງານປຸງແຕ່ງຢາງພາລາ ຢູ່ບ້ານບວມພຽງ ເມືອງຫຼວງນໍ້າທາ

Mar 1, 2025

ວັນທີ 27 ກຸມພາຜ່ານມາ ຢູ່ພະແນກແຜນການ ແລະ ການລົງທຶນແຂວງຫຼວງນ້ຳທາ ໄດ້ຈັດພິທີເຊັນສັນຍາໂຄງການສ້າງຕັ້ງໂຮງງານໜີບຢາງພາລາເປັນຢາງແຜ່ນຢູ່ບ້ານບວມພຽງ ເມືອງຫຼວງນໍ້າທາ.
ໃນພິທີໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະແນກແຜນການ ແລະ ການລົງທຶນເຊັນສັນຍາ ແລະ ອອກໃບອະນຸຍາດລົງທຶນໂຄງການສ້າງຕັ້ງໂຮງງານໜີບຢາງພາລາເປັນຢາງແຜ່ນຂອງບໍລິສັດ ຊີໂນລາວລັບເປິ ຈຳກັດ ໂດຍອີງຕາມ ກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ສະບັບເລກທີ 68/ສພຊ, ລົງວັນທີ 14ທັນວາ 2015 ວ່າດ້ວຍ ການສົ່ງເສີມການລົງທຶນ ສະບັບເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016 ເຈົ້າແຂວງໆຫຼວງນໍ້າທາ ໄດ້ຕົກລົງອະນຸມັດໃຫ້ພະແນກແຜນການ ແລະ ການລົງທຶນເຊັນສັນຍາ ແລະ ອອກໃບອະນຸຍາດລົງທຶນໂຄງການລົງທຶນສ້າງຕັ້ງໂຮງງານໜີບຢາງພາລາເປັນແຜ່ນຢູ່ບ້ານ ບວມພຽງ, ເມືອງຫຼວງນ້ຳທາ, ແຂວງຫຼວງນ້ຳທາ ຂອງບໍລິສັດ ຊີໂນລາວລັບເບີ ຈຳກັດ ທີ່ມີເນື້ອທີ່ທັງ ໝົດ 1 ເຮັກຕາ 9,501 ຕາແມັດ ຕາມແຜນທີ່ດິນລັດ, ອາຍຸສັນຍາ 30 ປີແຕ່ປີ (2025-2055).ເຊີ່ງໄດ້ມອບໃຫ້ພະແນກແຜນການ ແລະການລົງທຶນປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ , ບໍລິສັດຕ້ອງມອບເງິນຄໍ້າປະກັນສັນຍາກ່ອນການເຊັນສັນຍາຕາມຂໍ້ຕົກລົງ ຂອງກະຊວງແຜນການ ແລະ ການລົງທຶນວ່າດ້ວຍ ການວາງ ເງິນຄໍ້າປະກັນກິດຈະການສຳປະທານ ສະບັບເລກທີ 2735/ກຜທ, ລົງວັນທີ 2 ພະ ຈິກ 2018.
ຮ່ວມເຊັນບົດບັນທືກຄັ້ງນີ້, ມີ ທ່ານ ໄຊສົມພອນ ຫຼ້າສຸກັນ ຮອງຫົວໜ້າພະ ແນກແຜນການ ແລະ ການລົງທືນ, ທ່ານ ຫວູຢັ່ງຫລຽງ ຜູ້ຈັດການບໍລິສັດ ຊີໂນລາວລັບເບີ ຈຳກັດຜູ້ດຽວ; ທ່ານ ສາຍຄຳ ສົມຫວັງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້, ທ່ານ ຄຳຫຼ້າ ແຫຼງໄຊຍະທຳ ຮອງເລຂາພັກເມືອງໆຫຼວງນໍ້າທາ.
ຂ່າວ: ສົມພອນ ຂຸນດາວົງ
May be an image of 11 people, dais and text