ພິທີເຊັນສັນຍາວ່າດ້ວຍການຮ່ວມມື ໂຄງການສ້າງສູນການນໍາໃຊ້ເຕັກໂນໂລຊີດາວທຽມສືບຢັ່ງທາງ ໄກ ຢູ່ ສປປ ລາວ ລະຫວ່າງ ກົມເຕັກໂນໂລຊີ ແລະ ນະວັດຕະກຳ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກັບ ບໍລິສັດ ຊາຍນາ ຣັອກເກັດ ຈຳກັດ ແລະ ບໍລິສັດ ເຕັກໂນໂລຊີ ສຳຫຼວດວັດແທກ ແລະ ແຜນທີ່ ສື່ເຫວີຍ ສປ ຈີນ ຈຳກັດ ໄດ້ຈັດຂຶ້ນໃນວັນທີ 12 ກັນຍານີ້ ທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ.
ຮ່ວມລົງນາມຄັ້ງນີ້ໂດຍ ທ່ານ ວິໄລສອນ ບຸບຜາລັດ ຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ທ່ານ ຕິງ ຢົງ ປິງ (DING Yongbing) ຮອງປະທານບໍລິສັດ ຊາຍນາ ຣັອກເກັດ ຈຳກັດ ແລະ ທ່ານ ຟາງ ເສີງ(FANG Zheng) ຜູ້ຊ່ວຍຜູ້ອໍານວຍການ ບໍລິສັດ ເຕັກໂນໂລຊີ ສໍາຫຼວດວັດແທກ ແລະ ແຜນທີ່ ສື່ເຫວີຍ ສປ ຈີນ ຈຳກັດ, ໂດຍ ມີທ່ານ ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂດຍປະຕິບັດຕາມຂອບສັນຍາວ່າດ້ວຍການຮ່ວມມື ກ່ຽວກັບການນໍາໃຊ້ຊັ້ນອາວະກາດ ຮ່ວມກັນຢ່າງສັນຕິ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ອົງການອາວະ ກາດແຫ່ງຊາດຈີນ ທີ່ໄດ້ເຊັນກັນໃນປີ 2022 ຢູ່ທີ່ປັກກິ່ງ ສປ ຈີນ ໂດຍການເປັນສັກຂີພິຍານຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ປະທານ ສີຈິ້ນຜິງ ປະທານ ປະເທດແຫ່ງ ສປ ຈີນ ເປັນໂຄງການຊ່ວຍເຫຼືອ ລະຫວ່າງ ລັດຖະບານ ສປ ຈີນ ແລະ ລັດຖະບານລາວ ແລະ ມອບໃຫ້ກົມເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ບໍລິສັດ ຊາຍນາ ຣັອກເກັດ ຈຳກັດ ແລະ ບໍລິສັດ ເຕັກໂນ ໂລຊີ ສໍາຫຼວດວັດແທກ ແລະ ແຜນທີ່ ສື່ເຫວີຍ ສປ ຈີນ ຈຳກັດ ຈັດຕັ້ງປະຕິບັດຕົວຈິງ. ຈຸດປະສົງການຮ່ວມມືກັນໃນຄັ້ງນີ້ ແມ່ນເພື່ອສ້າງສູນການນໍາໃຊ້ ເຕັກໂນໂລຊີ ດາວທຽມສືບຢັ່ງທາງໄກ ຢູ່ ສປປ ລາວ.
ການຮ່ວມມືກັນໃນຄັ້ງນີ້ ແມ່ນເພື່ອແນໃສ່ໜ້າວຽກດັ່ງຕໍ່ໄປນີ້: 1. ນໍາໃຊ້ດາວທຽມສໍາຫຼວດຂອງ ສປ ຈີນ ເພື່ອສໍາຫຼວດໜ້າໂລກ ໂດຍສະເພາະສໍາຫຼວດເນື້ອທີ່ຂອງ ສປປ ລາວ. ໃນນີ້, ມີການສໍາຫຼວດບໍ່ແຮ່ ການຂຸດຄົ້ນບໍ່ແຮ່, ສໍາຫຼວດເນື້ອທີ່ດິນກະສິກຳ, ສໍາຫຼວດປ່າໄມ້, ສໍາຫຼວດເນື້ອທີ່ປູກເຂົ້າ, ສໍາຫຼວດເນື້ອທີ່ ໄພພິບັດທາງທຳມະຊາດ, ເນື້ອທີ່ນໍ້າຖ້ວມ, ເນື້ອທີ່ໄຟໄໝ້ປ່າ, ສໍາຫຼວດຫາລະເບີດທີ່ຍັງບໍ່ທັນແຕກ ທີ່ຕົກຄ້າງຢູ່ໃນດິນ; 2. ນໍາໃຊ້ດາວທຽມສໍາຫຼວດຂອງ ສປ ຈີນ ເພື່ອເຕືອນໄພພິບັດທາງທຳມະຊາດ ໃນການຕິດຕາມສະພາບອາກາດ, ແຜ່ນດິນໄຫວ ແລະ ການເຄື່ອນຕົວຂອງພາຍຸ; 3. ນໍາໃຊ້ດາວທຽມໃນການ ສໍາຫຼວດຕົວເມືອງ, ການບໍລິຫານຕົວເມືອງ, ການຄຸ້ມຄອງການຈາລະຈອນ ຂອງຍານພາຫະນະທາງບົກ, ທາງນໍ້າ ແລະ ທາງອາກາດ; 4. ການນໍາໃຊ້ດາວທຽມເພື່ອປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວຽກງານຊາຍແດນ, ການລະບາດຂອງພະຍາດ; 5. ໃຫ້ການບໍລິການພາບຖ່າຍ ດາວທຽມໃຫ້ແກ່ສັງຄົມ, ສະໜອງຂໍ້ມູນຕ່າງໆທີ່ລັດຖະບານຕ້ອງການໃນວຽກງານເຕັກໂນໂລຊີອາວະກາດ; 6. ໃຫ້ການບໍລິການມືຖື ຜ່ານດາວທຽມທີ່ມີຄວາມໄວສູງ ໂດຍສະເພາະແມ່ນເຂດພູດອຍ, ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ ໂດຍນໍາໃຊ້ດາວທຽມວົງໂຄຈອນຕໍ່າ. ການຊ່ວຍເຫຼືອຄັ້ງນີ້ ມີມູນຄ່າປະມານ 20 ລ້ານຢວນ (ສະກຸນ ເງິນຈີນ) ແລະ ຈະໄດ້ແບ່ງອອກເປັນ 4 ໄລຍະດັ່ງນີ້: ໄລຍະທີ 1: ສ້າງໂຄງລ່າງພື້ນຖານທີ່ຈຳເປັນ, ອຸປະກອນດ້ານເຕັກນິກ, ສ້າງຊັບພະຍາກອນມະນຸດ ຈັດຝຶກອົບຮົມໃຫ້ແກ່ວິຊາການລາວ, ນໍາພາວິຊາການລາວເຮັດຕົວຈິງ, ໃຫ້ການບໍລິການດ້ານພາບຖ່າຍດາວທຽມ, ໃຫ້ການບໍລິການດ້ານເຕັກໂນໂລຊີອາວະກາດ, ສະໜອງຂໍ້ມູນຕ່າງໆທີ່ລັດຖະບານຕ້ອງການ; ໄລຍະທີ 2: ສ້າງນັກວິຊາການລາວ ໃຫ້ມີຄວາມສໍານິຊຳນານກວ່າໄລຍະທີ 1, ໃຫ້ການບໍລິການແກ່ພາກລັດ ແລະ ເອກະຊົນທີ່ວ່ອງໄວ, ສ້າງໂຄງລ່າງພື້ນຖານ; ໄລຍະທີ 3: ສ້າງນັກວິຊາການລາວໃຫ້ມີຄວາມຊ່ຽວຊານ ດ້ານເຕັກໂນໂລຊີອາວະກາດ, ສາມາດສັ່ງດາວທຽມຂອງ ສປ ຈີນ ຖ່າຍພາບໄດ້, ສາມາດອ່ານພາບຖ່າຍໄດ້, ສ້າງຖານຂໍ້ມູນ ດ້ານເຕັກໂນໂລຊີອາວະກາດ; ໄລຍະທີ 4: ສ້າງນັກວິຊາການລາວ ໃຫ້ມີຄວາມຊຳນານທຸກດ້ານ ສາມາດສັ່ງດາວທຽມຂອງ ສປ ຈີນ ຖ່າຍພາບຕາມຄວາມຕ້ອງການ. ມອບໂຄງການໃຫ້ຝ່າຍລາວ ເປັນຜູ້ບໍລິຫານເອງ ທັງໝົດ.
ຂ່າວ-ພາບ: ສຳນານ




