ເຊັນສັນຍາສໍາປະທານເນື້ອທີ່ດິນລັດຢູ່ສົ້ນຂົວຂ້າມນໍ້າຂອງ ບ້ານຫາດສາກ ເມືອງປາກທາ

ວັນທີ 10 ກຸມພາ 2025 ນີ້ ທີ່ສະໂມສອນເມືອງປາກທາ ແຂວງບໍ່ແກ້ວ ໄດ້ມີພິທີເຊັນສັນຍາ ສໍາປະທານເນື້ອທີ່ດິນຂອງລັດ ບໍລິ ເວນສົ້ນຂົວຂ້າມນໍ້າຂອງ ຂອບເຂດບ້ານຫາດສາກ ເພື່ອສ້າງເປັນສາງເກັບມ້ຽນແລະລານຕາກມັນຕົ້ນ ເປັນກຽດເຂົ້າຮ່ວມຂອງທ່ານ ສຸໄລ ດວງຜາຄໍາ,ເຈົ້າເມືອງປາກທາ.
ການເຊັນສັນຍາ ສໍາປະທານເນື້ອທີ່ດິນລັດຄັ້ງນີ້ເພື່ອປະຕິບັດ ຕາມຂໍ້ຕົກລົງຂອງທ່ານ ເຈົ້າເມືອງປາກທາ ສະບັບເລກທີ 363/ຈມປທ,ລົງວັນທີ 11 ກັນຍາ 2024 ວ່າດ້ວຍການ ເຫັນດີໃຫ້ບໍລິສັດພີເອັສຊີກຣຸບ ຈໍາກັດ ສໍາປະທານເນື້ອທີ່ດິນລັດ ບໍລິເວນສົ້ນຂົວຂ້າມນໍ້າຂອງຂອບເຂດບ້ານຫາດສາກ ໃນເນື້ອທີ່ 6,5 ເຮັກຕາ ເພື່ອສ້າງເປັນສາງເກັບມ້ຽນ-ລານຕາກມັນຕົ້ນ ແລະ ບໍລິ ການທົ່ວໄປ ເຊິ່ງຄູ່ຮ່ວມເຊັນສັນຍາ ລະຫວ່າງ ອົງການປົກຄອງເມືອງປາກທາ ຕາງໜ້າໂດຍແມ່ນ ຫ້ອງການແຜນການແລະການ ລົງທຶນເມືອງ ກັບ ບໍລິສັດ ພີເອັສຊີກຣຸບ ຈໍາກັດຜູ້ດຽວ ພ້ອມ ທັງພະຍານ ທັງສອງຝ່າຍຮ່ວມລົງນາມເຊັນສັນຍາ.
ທ່ານ ສີວິໄຊ ພົນທະຈັກ ປະທານບໍລິສັດ ພີເອັສຊີກຣຸບ ຈໍາກັດຜູ້ດຽວ ໄດ້ກ່າວວ່າ: ສໍາລັບເນື້ອທີ່ດິນທີ່ໄດ້ຮັບສໍາປະທານໃນຄັ້ງນີ້ ທາງບໍລິສັດແມ່ນຈະພັດທະນາ ສ້າງເປັນສາງເກັບມ້ຽນມັນ ຕົ້ນ ແລະ ລານຕາກມັນຕົ້ນ ເພື່ອຮອງຮັບການເກັບຊື້ມັນຕົ້ນ ແລະ ຜົນລະປູກຈາກຊາວກະສິກອນພາຍໃນເມືອງປາກທາໃຫ້ໝົ້ນຄົງ, ພ້ອມກັນນັ້ນກໍ່ຈະສ້າງເປັນຈຸດສູນກາງທາງດ້ານການບໍລິການເຊັ່ນວ່າ: ປໍ້ານໍ້າມັນ,ຮ້ານອາຫານ,ຮ້ານມິນິມາກ ແລະ ອື່ນໆ ເພື່ອອໍານວນຄວາມສະດວກຮອງຮັບນັກເດີນທາງແລະນັກທ່ອງທ່ຽວ ໄດ້ມາໃຊ້ບໍລິການ, ໂອກາດນີ້ ບໍລິສັດ ພີເອັສຊີກຣຸບ ຈໍາກັດຜູ້ດຽວ ກໍ່ໄດ້ມອບ ກະເປົາ 150 ໜ່ວຍ,ເສື້ອຢືດ 150 ຜືນ ມູນຄ່າ 105,000,000 ກີບ,ພ້ອມດ້ວຍເງິນສົດ 30,000,000 ກີບ ເພື່ອຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງປາກທາ ຄັ້ງທີ VIII ທີ່ຈະໄຂຂື້ນໃນໄວໆນີ້.
Cr: ບຸນເພັງ ທຸມມະວົງ




