ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊັນສັນຍາສໍາປະທານໂຄງການປູກໝາກແມັກຄາເດເມຍ, ກາເຟ ແລະ ຖົ່ວລຽນ ຢູ່ເມືອງປາກຊ່ອງ

Aug 2, 2025

ພິທີເຊັນສັນຍາສໍາປະທານ (CA) ໂຄງການສໍາປະທານເນື້ອທີ່ດິນ 150 ເຮັກຕາ ເພື່ອປູກໝາກແມັກຄາເດເມຍ, ກາເຟ ແລະ ຖົ່ວລຽນ ຢູ່ບ້ານພະໜວນດົງ ເມືອງປາກຊ່ອງ ແຂວງຈໍາປາສັກ ລະຫວ່າງ ອົງການປົກຄອງແຂວງຈໍາປາສັກ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ກັບ ບໍລິສັດ ພັດທະນາກະສິກໍາ ແມັກຄາເດເມຍ ແລະ ກາເຟປາກຊ່ອງ ຈໍາກັດຜູ້ດຽວ
ພິທີຈັດຂຶ້ນໃນວັນທີ 1 ສິງຫາ 2025 ທີ່ໂຮງແຮມຈໍາປາສັກແກຣນໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ, ມີພະແນກການກ່ຽວຂ້ອງ, ເມືອງ ແລະ ອໍານວຍການບໍລິສັດ ເຂົ້າຮ່ວມ.
ໃນພິທີໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງຈໍາປາສັກ ວ່າດ້ວຍການມອບສິດໃຫ້ພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າໃຫ້ອົງການປົກຄອງແຂວງ
ເຊັນສັນຍາສຳປະທານ (CA) ໂຄງການ ສຳປະທານເນື້ອທີ່ດິນ 150 ເຮັກຕາ ເພື່ອປູກໝາກແມັກຄາເດເມຍ, ກາເຟ ແລະ ຖົ່ວລຽນ ຢູ່ບ້ານພະໜວນດົງ, ເມືອງປາກຊ່ອງ, ແຂວງຈຳປາສັກ ຂອງບໍລິສັດ ພັດທະນາກະສິກໍາ ແມັກຄາເດເມຍ ແລະ ກາເຟປາກຊ່ອງ ຈຳກັດຜູ້ດຽວ.
May be an image of 13 people, dais and text
ໂດຍເຫັນດີອະນຸມັດໃຫ້ພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າໃຫ້ອົງການປົກຄອງ ແຂວງຈຳປາສັກ ເຊັນສັນຍາສຳປະທານ (CA) ໂຄງການສຳປະທານເນື້ອທີ່ດິນ 150 ເຮັກຕາ ເພື່ອປູກໝາກແມັກຄາເດເມຍ, ກາເຟ ແລະ ຖົ່ວລຽນ , ຢູ່ບ້ານພະໜວນດົງ, ເມືອງປາກຊ່ອງ, ແຂວງຈຳປາສັກ ຂອງ ບໍລິສັດ ພັດທະນາກະສິກໍາ ແມັກຄາເດເມຍ ແລະ ກາເຟປາກຊ່ອງ ຈຳກັດຜູ້ດຽວ.
ໂອກາດນີ້ກໍມີການລົງນາມເຊັນສັນຍາສໍາປະທານ ລະຫວ່າງ ຜູ້ຕາງໜ້າ ທັງ 02 ຝ່າຍ ກໍຄື ຝ່າຍອົງການປົກຄອງແຂວງຈຳປາສັກ ແລະ ຝ່າຍບໍລິສັດ ໂດຍ: ຝ່າຍອົງການປົກຄອງແຂວງ ປະກອບມີ: ທ່ານ ບຸນມີ ຄໍາພິທູນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ເຊັນໃນນາມແຂວງຈຳປາສັກ, ທ່ານ ແສງຈັນ ສຸກປະເສີດ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ເຊັນເປັນພະຍານ,ທ່ານ ສີໃສ ທອງປັດສາ ຮອງປະທານຄະນະກໍາມະການປົກຄອງເມືອງປາກຊ່ອງ ເຊັນເປັນພະຍານ ແລະ ຝ່າຍບໍລິສັດ ມີ:
ທ່ານ ເຈີນ ເຢິນ ເຮົ້າ ອໍານວຍການບໍລິສັດພັດທະນາກະສິກໍາ ແມັກຄາເດເມຍ ແລະ ກາເຟປາກຊ່ອງ ຈຳກັດຜູ້ດຽວ, ທ່ານ ເລ ຫວຽດ ເກື່ອງ ເຊັນເປັນພະຍານ.
ໂດຍມີ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ, ພ້ອມດ້ວຍແຂກທັງໝົດ ຮ່ວມເປັນສັກຂີພິຍານໃນການເຊັນສັນຍາສຳປະທານຄັ້ງນີ້.
ຂ່າວ-ພາບ: ຈັນທະວີສັກ