ພິທີເຊັນສັນຍາສໍາປະທານ ສິດຕັດໄມ້ປ່ອງທໍາມະຊາດ, ສົ່ງເສີມການປູກໄມ້ປ່ອງ, ການເກັບຊື້, ສ້າງຕັ້ງໂຮງງານແປຮູບຜະລິດຕະພັນໄມ້ປ່ອງ ແລະ ຖ່ານຂາວອັດແທ່ງຈາກຂີ້ເລື່ອຍໄມ້ປ່ອງ ລະຫວ່າງ ອົງການປົກຄອງ ແຂວງໄຊສົມ ບູນ ແລະ ບໍລິສັດ ຢອງແສງ ການລົງທຶນ ຈໍາກັດ ຈັດຂຶ້ນໃນຕອນບ່າຍຂອງວັນທີ 19 ມີນາ 2024 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ.
ໃນສັນຍາໄດ້ກຳນົດໄລຍະສໍາປະທານ ເປັນເວລາ 50 ປີ ໃນນີ້ ໄລຍະປະເມີນການຈັດຕັ້ງປະຕິບັດໂຄງການ 5 ປີ ແລະ ດຳເນີນກິດຈະການປົກກະຕິ 45 ປີ ໂດຍບໍລິສັດຕ້ອງໄດ້ວາງເງິນຄໍ້າປະກັນໂຄງການ ຈໍານວນ 30.000 ໂດລາສະຫະລັດ ພ້ອມທັງມອບພັນທະ ແລະ ປະກອບທຶນພັດທະນາຊ່ວຍແຂວງ ແລະ 5 ເມືອງ ໃນທຸກໆປີ.
ທ່ານ ກີວື່ ປ່າເຢ້ວື່, ຜູ້ອໍານວຍການບໍລິສັດ ຢອງແສງ ການລົງທຶນ ຈໍາກັດ ລາຍງານວ່າ: ຍ້ອນເຫັນໄດ້ຄວາມ ສໍາຄັນຂອງການຖາງປ່າເຮັດໄຮ່ ທີ່ໄດ້ເຮັດໃຫ້ສະພາບປ່າໄມ້ຫຼຸດລົງຢ່າງຕໍ່ເນື່ອງ ແລະ ໄມ້ປ່ອງທໍາມະຊາດຖືກທໍາລາຍໂດຍບໍ່ມີຜົນປະໂຫຍດຫຍັງ. ສະນັ້ນ ບໍລິສັດ ຈຶ່ງມີຄວາມຕັ້ງໃຈລົງທຶນດ້ານໄມ້ປ່ອງ ກໍຄືການສົ່ງເສີມປະຊາຊົນປູກທົດແທນ ໂດຍບໍລິສັດຈະເປັນຜູ້ນໍາເອົາແນວພັນ ແລະ ໃຫ້ຄວາມຮູ້ກ່ຽວກັບວິທີ, ເຕັກນິກການປູກຕ່າງໆ ພ້ອມທັງເກັບຊື້ຄືນ ເພື່ອນໍາມາແປຮູບເປັນຜະລິດຕະພັນໄມ້ປ່ອງ ຈໍາໜ່າຍທັງພາຍໃນ ແລະ ສົ່ງອອກ.
ໃນໂອກາດນີ້ ທ່ານ ກີວື່ ປ່າເຢ້ວື່ ໄດ້ມອບເງິນ ຈໍານວນ 100 ລ້ານກີບ ເພື່ອຊຸກຍູ້ການພັດທະນາ ແຂວງໄຊສົມບູນ, ຈາກນັ້ນ ທັງສອງຝ່າຍໄດ້ລົງນາມເຊັນສັນຍາຮ່ວມກັນ ໂດຍຕາງໜ້າອົງການປົກຄອງແຂວງ ເຊັນໂດຍພະແນກແຜນການ ແລະ ການລົງທຶນແຂວງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ ພ້ອມດ້ວຍການນໍາ 5 ເມືອງ ແລະ ຝ່າຍບໍລິສັດເຊັນໂດຍ ທ່ານ ກີວື່ ປ່າເຢ້ວື່ ພ້ອມດ້ວຍພະຍານ ໂດຍຊອງການນໍາແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຄີພິຍານ.
Cr: ພາພອນ ນະວົງໄຊ





