ການລົງນາມໃນສັນຍາຄັ້ງນີ້ ກົມຊົນລະປະທານເຊັນໂດຍ ທ່ານ ປອ ຄໍາພະຈັນ ວົງຊະນະ ຫົວຫນ້າກົມຊົນລະປະທານ, ແລະຝ່າຍບໍລິສັດເຊັນໂດຍ ທ່ານ ແຫລວຄໍາ ວົງສາວັນທອງ ຜູ້ອໍານວຍການໃຫຍ່ ບໍລິສັດອິນຊີເກັບກູ້ ແລະ ທໍາລາຍລະເບີດຈໍາກັດ,ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ຮອງຫົວຫນ້າກົມ, ຕາງຫນ້າຈາກຫ້ອງການ, ກົມແຜນການແລະການຮ່ວມມື,ຫົວຫນ້າຜູ້ປະສານງານໂຄງການ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.
ພາຍຫລັງການເຊັນສັນຍາ ໂຄງການຈະໄດ້ດໍາເນີນການສໍາຫລວດ ແລະເກັບກູ້ລະເບີດທີ່ບໍ່ທັນແຕກໃນພື້ນທີ່ເປົ້າຫມາຍຂອງແຂວງຊຽງຂວາງ ແລະຫົວພັນ ທີ່ຕິດພັນກັບວຽກງານວາງແຜນ ແລະນໍາໃຊ້ທີ່ດິນໃນພື້ນທີ່ອ່າງໂຕ່ງນໍ້າປົວ ເມືອງວຽງໄຊ,ແຂວງຫົວພັນເຊິ່ງມີເນື້ອທີ່ 900ເຮັກຕາ ກວມເອົາ 08 ບ້ານ ແລະ ພື້ນທີ່ບ້ານເປົ້າຫມາຍຊົນລະປະທານນໍ້າຕອງເມືອງແປກ,ແຂວງຊຽງຂວາງ ກວມເອົາ ເນື້ອທີ່ 1263 ເຮັກຕາລວມມີ3ບ້ານ.
ພິທີດັ່ງກ່າວໄດ້ຈັດຂື້ນໃນວັນທີ 20 ທັນວາ 2024, ທີ່ກົມຊົນລະປະທານ, ກະຊວງກະສິກໍາ ແລະ ປ່າໄມ້.
ທີ່ມາ: ຂ່າວກະສິກໍາ ແລະ ປ່າໄມ້





