ເຊັນສັນຍາຮ່ວມມືບໍລິຫານໂຮງສີເຂົ້າທັນສະໃໝ່ຂອງໂຄງການຊົນລະກະເສດ ແລະ ຊົນນະບົດຮອບດ້ານ

ວັນທີ 21 ກຸມພາ 2025 ຢູ່ທີໂຮງແຮມ ແມກເຄຍໂຕ້ ກົມຊົນ ລະປະທານ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີເຊັນສັນຍາຮ່ວມມືໃນການບໍລິຫານໂຮງສີເຂົ້າທັນສະໃໝຂອງໂຄງການຊົນລະກະເສດ ແລະ ຊົນນະບົດຮອບດ້ານ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ລິນຄຳ ດວງສະຫວັນ, ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງໆ ສະຫວັນນະເຂດ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ປອ ສັດທາເທບ ທຳມະຈັກ ຮອງຫົວໜ້າກົມຊົນລະ ປະທານ, ຜູ້ປະສານງານໂຄງການຊົນລະກະເສດ ແລະ ຊົນນະບົດຮອບດ້ານ ຂັ້ນສູນກາງໄດ້ຂື້ນລາຍງານຄວາມຄືບໜ້າການກໍ່ສ້າງໂຮງສີເຂົ້າທັນສະໃໝ່ ຕັ້ງຢູ່ບ້ານ ນາຄຳນົນ ເມືອງ ສອງຄອນ ແຂວງ ສະຫວັນນະເຂດ ເລີມກໍ່ສ້າງແຕ່ ເດືອນ ທັນວາ 2020 ແລະ ໄດ້ສຳເລັດການກໍ່ສ້າງປີ 2024 ປະກອບມີ ໂຮງສີເຂົ້າທັນສະ ໃໝ ກຳລັງການຜະລິດ 5ໂຕນ ຕໍ່ຊົ່ວໂມງ, ສຳເລັດສາມາດເປີດທົດລອງການນຳໃຊ້ 2 ຄັ້ງ, ໂຮງອົບແຫ້ງ 4 ເຄື່ອງ ເຄຶ່ອງໜື່ງສາ ມາດອົບໄດ້ 30 ໂຕນ, ລວມ 120 ໂຕນຕໍ່ມື້, ສຳເລັດການກໍ່ສ້າງແລ້ວກະກຽມທົດລອງນຳໃຊ້ຫຼັງລະດູການເກັບກ່ຽວປີ 2024, ກໍ່ສ້າງສາງເກັບມ້ຽນເຂົ້າຂະໜາດ 30 ຄູນ 50 ສາມາດເກັບມ້ຽວເຂົ້າ 9 ພັນໂຕນ ໄດ້ສຳເລັດການກໍ່ສ້າງ, ໂຮງຄັດເມັດພັນເຂົ້າສຳເລັດການກໍ່ສ້າງສາມາດທົດລອງນຳໃຊ້, ກໍ່ສ້າງແທງໄຊໂລ 2 ແທງ ບັນຈຸແທງລະ 100 ໂຕນ, ຕິດຕັ້ງຊິງຊັງຕິຈີຕ໋ອນຂະໜາດ 50 ໂຕນ ພ້ອມນີ້ຍັງມີສີງປູກສ້າງ ອາຄານ, ຫ້ອງການ, ປ້ອມຍາມ, ສະຖານທີ່ຈອດລົດ ເສັ້ນທາງພາຍໃນ ແລະ ສີງອຳນວຍຄວາມສະດວກຕ່າງໆ ລວມມູນຄ່າທັງໝົດ 7,8 ລ້ານໂດຣາສະຫະລັດ.
ທີ່ມາ: ຂ່າວສານກະສິກຳ, ປ່າໄມ້




