ໃນຕອນບ່າຍ ຂອງວັນທີ 7 ສິງຫາ 2025, ຢູ່ທີ່ຫ້ອງປະຊຸມຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ໄດ້ຈັດພິທີເຊັນສັນຍາເຊົ່າເນື້ອທີ່ດິນນາປູກຫມາກໂມຢູ່ເມືອງຫົງສາ, ໂດຍການເປັນປະທານຂອງທ່ານ ອ່ອນຈັນ ບຸນຍາວົງ ຮອງປະທານຄະນະກຳມະການປົກຄອງເມືອງ ມີຄະນະກຳມະການຂັ້ນເມືອງ, ເຈົ້າຂອງໂຄງການ, ບໍລິສັດ ແລະ ນາຍບ້ານແທ່ນຄຳເຂົ້າຮ່ວມ.
ທ່ານ ໄຊ ເພັງສະຫວັດ ຮັກສາການຫົວໜ້າຫ້ອງການແຜນການ ແລະ ການລົງທຶນ ໄດ້ຂຶ້ນຜ່ານຮ່າງສັນຍາຄຸ້ມຄອງໂຄງການເຊົ່າເນື້ອທີ່ດິນນາ ປູກໝາກໂມ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ລະຫວ່າງ ອົງການປົກຄອງເມືອງຫົງສາ, ຕາງໜ້າໂດຍ ຫ້ອງການແຜນການ ແລະ ການລົງທຶນ, ກັບບໍລິສັດ ຈົງຢວນ ຈໍາກັດຜູ້ດຽວ, ໂຄງການປູກພືດລະດູແລ້ງ (ໝາກໂມ) ເປັນສິນຄ້າສົ່ງອອກ ເຊິ່ງຈະປູກຢູ່ເຂດບ້ານ ແທ່ນຄໍາ ເຂດທົ່ງນາລ້ອງ, ທົ່ງກະຕ່ອຍ, ທົ່ງນາໄຮ ແລະ ທົ່ງນາຈ່ານ. ແຫຼ່ງທຶນແມ່ນ ບໍລິສັດ ຈົງຢວນ ຈໍາກັດຜູ້ດຽວ ເປັນຜູ້ຕອບສະໜອງທຶນໂດຍກົງທັງໝົດ 100% ລວມມີຄ່າເຊົ່າດິນ, ພັນທະອາກອນຕ່າງໆ, ພັນທະໃຫ້ບ້ານ ແລະ ຄ່າບໍລິຫານວິຊາການໃນການຕິດຕາມຊຸກຍູ້ພາກສະໜາມ. ບໍລິສັດ ຈົງຢວນ ຈໍາກັດຜູ້ດຽວ ຈະເຊົ່າດິນນາຂອງປະຊາຊົນ ໃນການປູກໝາກໂມໃນອັດຕາ 10.000.000 ກີບ ຕໍ່ເຮັກຕາຕໍໍ່ລະດູການ, ເຈົ້າຂອງນາເປັນຜູ້ຮັບຜິດຊອບເສຍອາກອນລາຍໄດ້ຈາກຄ່າເຊົ່າດິນ 10%. ຄ່າອະນາໄມສິ່ງເສດເຫຼືອຕ່າງໆໃນອັດຕາ 2.500.000 ກີບ ຕໍ່ເຮັກຕາຕໍ່ລະດູການ. ບໍລິສັດຈະໄດ້ມອບທຶນສະໜັບສະໜູນ ເພື່ອເປັນທຶນພັດທະນາບ້ານ ຈຳນວນ 200.000 ກີບ ຕໍ່ເຮັກຕາ ຕໍ່ປີ. ບໍລິສັດຈະມອບເງິນບໍລິຫານຄຸ້ມຄອງສິ່ງແວດລ້ອມໃຫ້ເມືອງ ໂດຍອີງຕາມການປະເມີນຄິດໄລ່ຈາກຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ. ມູນຄ່າຂອງໂຄງການລົງທຶນທັງໝົດ 500.000 ໂດລາສະຫະລັດ, ໂຄງການດັ່ງກ່າວມີໄລຍະເວລາ 1 ປີ (ນັບແຕ່ວັນທີ 1 ຕຸລາ ປີ 2025 ຫາວັນທີ 1 ຕຸລາ ປີ 2026). ຫຼັງຈາກນັນກໍ່ໄດ້ມີພິທີເຊັນສັນຍາ ລະຫວ່າງ ທ່ານ ໄຊ ເພັງສະຫວັດ ຮັກສາການຫົວໜ້າຫ້ອງການແຜນການ ແລະ ການລົງທຶນ ແລະ ທ່ານ ຮອງ ຊຽວມິງ ຕາງໜ້າບໍລິສັດ ຈົງຢວນ ຈໍາກັດຜູ້ດຽວ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ, ໃນໂອກາດນີ້ທ່ານ ອ່ອນຈັນ ບຸນຍາວົງ ຮອງປະທານຄະນະກຳມະການປົກຄອງເມືອງ ຍັງໄດ້ມີຄຳເຫັນຕໍ່ພິທີດັ່ງກ່າວເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຕົວຈິງຕາມເນື້ອໃນສັນຍາ ແລະ ຖືກຕ້ອງຕາມລະບຽບກົດໝາຍກຳນົດໄວ້.
ຂ່າວ-ພາບ: ຖວທ ຫົງສາ


