ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊັນສັນຍາໂຄງການກໍ່ສ້າງຕາຂ່າຍໄຟຟ້າ ຢູ່ເມືອງລອງ

Nov 1, 2024

ພິທີເຊັນສັນຍາໂຄງການກໍ່ສ້າງຕາຂ່າຍໄຟຟ້າ ແຮງດັນກາງ 22 ກິໂລໂວນ ມີຄວາມຍາວ 143,08 ກິໂລແມັດ, ແຮງດັນຕໍ່າ 0,4 ກິໂລໂວນ ຈັດຂຶ້ນໃນວັນທີ 31 ຕຸລາ 2024 ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ສຸລິວັນ ພົມມະຈິດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່, ທ່ານ ວົງມະນີ ເພື່ອປະຊາ ຫົວໜ້າພະແນກແຜນ ການ ແລະ ການລົງທຶນແຂວງ ແລະ ທ່ານ ພຸນໄຊ ພຸນມີໄຊ ຫົວໜ້າ ບໍລິສັດ ພີເອັດ ກໍ່ສ້າງ ແລະ ທ່ອງທ່ຽວ ຈຳກັດ ໂດຍມີ ທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫລວງນໍ້າທາ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້!ຮ່ວມ.
ໂຄງການກໍ່ສ້າງຕາຂ່າຍໄຟຟ້າ ແຮງດັນກາງ 22 ກິໂລໂວນ ມີຄວາມຍາວ 143,08 ກິໂລແມັດ, ແຮງດັນຕໍ່າ 0,4 ກິໂລໂວນ ມີຄວາມຍາວ 9,55 ກິໂລແມັດ ແລະ ຕິດຕັ້ງໝໍ້ແປງໄຟຟ້າ 19 ຊຸດ ແຕ່ບ້ານຂາຫລັງ ຫາບ້ານສະ ແລະ ແຕ່ເຂື່ອນນໍ້າລອງຫາບ້ານປ່າກ້ວຍ ເມືອງລອງ ແຂວງຫລວງນໍ້າທາ ມີມູນຄ່າໂຄງການທັງໝົດ 218,7 ຕື້ກວ່າກີບ ໄລຍະການກໍ່ສ້າງ 4 ປີ. ໂຄງການດັ່ງກ່າວ ແມ່ນໄດ້ຮັບການອະນຸ ມັດຈັດສັນເຂົ້າໃນແຜນການລົງທຶນຂອງລັດໃນປີ 2024 ໂດຍມີໜ້າວຽກສໍາຫລວດ-ອອກແບບ ເພື່ອປະເມີນມູນຄ່າກໍ່ສ້າງ ເຊິ່ງໂຄງການໄດ້ມີການປະມູນຈັດຊື້-ຈັດຈ້າງ ແລະ ຄັດເລືອກເອົາ ບໍລິສັດ ສໍາຫລວດ-ອອກແບບ ຢ່າງຖືກຕ້ອງຕາມລະບຽບຫລັກການ ແລະ ໄດ້ເລີ່ມດໍາເນີນການສໍາຫລວດ-ອອກແບບ ນັບແຕ່ກາງປີ 2021
ຂ່າວ: ອຸ້ມ ສົມນໍວັນ