ພິທີເຊັນສັນຍາ ໂຄງການກໍ່ສ້າງຫໍມູນເຊື້ອ ກົມໃຫຍ່ພະລາ ທິການກອງທັບ ລະຫວ່າງ ຫ້ອງການກົມໃຫຍ່ພະລາທິການກອງ ທັບກັບບໍລິສັດ 1 ມີນາມຸງຄຸນກໍ່ສ້າງ ແລະ ຜະລິດເຟີນີເຈີ ຈໍາກັດ, ໄດ້ຈັດຂຶ້ນ ວັນທີ 8 ມັງກອນ 2025 ນີ້, ຢູ່ຫ້ອງຮັບແຂກກົມໃຫຍ່ ໂດຍການເຂົ້າຮ່ວມ ຂອງສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ.
ການກໍ່ສ້າງຫໍມູນເຊື້ອ ກົມໃຫຍ່ພະລາທິການກອງທັບ ແມ່ນ ບໍລິສັດ 1 ມີນາມຸງຄຸນກໍ່ສ້າງ ຈໍາກັດ ເປັນຜູ້ຮັບເໝົາໂຄງການກໍ່ ສ້າງ, ເພື່ອເປັນສະຖານທີ່ເກັບກໍານໍາເອົາບັນດາຮູບພາບມູນເຊື້ອທາງປະຫວັດສາດ ກໍຄືໄລຍະປັດຈຸບັນແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງເຫຼົ່າຮົບພະລາທິການກອງທັບ ຕະຫຼອດໄລຍະ 70 ປີ, ວັນສ້າງຕັ້ງເຫຼົ່າຮົບພະລາທິການກອງທັບ ທີ່ໃກ້ຈະມາເຖິງ ຄືວັນທີ 5 ສິງຫາ 1956 – 5 ສິງຫາ 2026, ເພື່ອເຮັດໃຫ້ນາຍ ແລະ ພົນທະຫານໃນກອງທັບປະຊາຊົນລາວ ເວົ້າລວມ, ເວົ້າສະ ເພາະ ກໍຄືໃນທົ່ວເຫຼົ່າຮົບພະລາທິການກອງທັບ ໄດ້ສຶກສາຄົ້ນ ຄວ້າ, ຮຽນຮູ້, ກໍາແໜ້ນ, ເຊື່ອມຊຶມ ຢ່າງເລິກເຊິ່ງ ແລະ ຮັບຮູ້ເຂົ້າໃຈຕໍ່ມູນເຊື້ອຂອງເຫຼົ່າຮົບພະລາທິການກອງທັບ ກໍຄືໄລຍະປົກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຂ່າວ: ຄໍາປະສົງ ລາດຊະວົງ




