ໃນຕອນເຊົ້າ ຂອງວັນທີ 14 ພຶດສະພາ 2025, ໄດ້ຈັດພິທີເຊັນສັນຍາໂຄງການກໍ່ສ້າງ ໂຮງຮຽນມັດທະຍົມຕອນຕົ້ນ ແລະ ຫໍພັກນັກຮຽນຍິງ ໂຮງຮຽນມັດທະຍົມຕອນຕົ້ນບ້ານທ່າຊ່ວງ ເມືອງຫົງສາ, ຢູ່ທີ່ຫ້ອງປະຊຸມໂຮງຮຽນ ມສ ຫົງສາ, ໂດຍການເຂົ້າຮ່ວມຂອງ ທ່ານ ອິນທີ ຈັນປະເສີດເຮີ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ອ່ອນຈັນ ບຸນຍາວົງ ຮອງເຈົ້າເມືອງຫົງສາ, ມີຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ, ຫ້ອງການອ້ອມຂ້າງເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຈັນທາ ຂັນຕິແກ້ວ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານສະພາບຄວາມຫຍຸ້ງຫຍາກ, ຄວາມຈຳເປັນໃນການກໍ່ສ້າງໂຮງຮຽນ ແລະ ຫໍພັກນັກຮຽນຍິງຢູ່ໂຮງຮຽນແຫ່ງດັ່ງກ່າວຍັງບໍ່ທັນພຽງພໍ ແລະ ອາຄານໂຮງຮຽນຍັງບໍ່ທັນຖາວອນ, ເນື່ອງຈາກວ່າເປັນເຂດຊົນນະບົດຫ່າງໄກສອກຫຼີກ ມີນັກຮຽນຫຼາຍບ້ານມາເຂົ້າຮຽນ ຫໍພັກຍັງເປັນແບບປະຖົມປະຖານຢູ່, ດັ່ງນັ້ນ ເຈົ້າແຂວງໄຊຍະບູລີ ຈຶ່ງໄດ້ຕົກລົງອະນຸມັດງົບປະມານບ້ວງເງິນເກີນແຜນປີ 2024 ຂອງແຂວງນຳໃຊ້ເຂົ້າໃນໂຄງການນີ້ ມີມູນຄ່າທັງໝົດ: 3 ຕື້ 142 ລ້ານກວ່າກີບ, ໜ້າວຽກການກໍ່ສ້າງ ປະກອບມີ: ກໍ່ສ້າງອາຄານໂຮງຮຽນຂະໜາດ 8 x 35 ແມັດ 1 ຫຼັງ, ມຸງດ້ວຍກະເບື້ອງສີແດງລວມໂຄງເຫຼັກ, ກໍ່ດ້ວຍດິນຈີ່, ລວມເຄື່ອງເຟີນີເຈີ ເເລະ ໄຟຟ້າຄົບຊຸດມູນຄ່າ: 2 ຕື້ 376 ລ້ານກວ່າກີບ, ກໍ່ສ້າງຫໍພັກນັກຮຽນຍິງ ຂະໜາດ 4 x 8 ແມັດ 1 ຫຼັງ, ມຸງດ້ວຍກະເບື້ອງສີແດງລວມໂຄງເຫຼັກ, ກໍ່ດ້ວຍດິນຈີ່, ລວມເຄື່ອງເຟີນີເຈີ ແລະ ໄຟຟ້າຄົບຊຸດ, ມູນຄ່າ: 426 ລ້ານກວ່າກີບ, ກໍ່ສ້າງຫ້ອງນໍ້າຂະໜາດ 2,4 x 5,2 ແມັດ 1 ຫຼັງ, ມຸງດ້ວຍກະເບື້ອງສີແດງລວມໂຄງເຫຼັກ, ມູນຄ່າ 221 ກວ່າກີບ, ໂດຍແມ່ນບໍລິສັດ ອາລຸນວັນການຄ້າ, ກໍ່ສ້າງເຄຫາສະຖານ ແລະ ຕິດຕັ້ງໄຟຟ້າຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ, ໄລຍະເວລາການກໍ່ສ້າງ ນັບແຕ່ວັນທີ 15 ພຶດສະພາ 2025 ເຖິງ ວັນທີ 14 ພຶດສະພາ 2026 ( ກໍານົດເວລາ 12 ເດືອນ ) ໃຫ້ສໍາລັດ 100%.
ຈາກນັ້ນກໍ່ໄດ້ຮ່ວມເຊັນສັນຍາຢ່າງເປັນທາງການ ລະຫວ່າງ ຫ້ອງການສຶກສາທິການ ແລະ ກິລາເມືອງ ( ເຈົ້າຂອງໂຄງການ ) ຕາງໜ້າໂດຍ ທ່ານ ທອງສຸກ ປ້ອງຄຳ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຫົງສາ ແລະ ທ່ານ ໄໜ່ຄຳ ສຸທິວົງສາ ຫົວໜ້າບໍລິສັດ ອາລຸນວັນການຄ້າ, ກໍ່ສ້າງເຄຫາສະຖານ ແລະ ຕິດຕັ້ງໄຟຟ້າຈຳກັດ, ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ຂ່າວ – ພາບ: ຖວທ ຫົງສາ





