ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊັນສັນຍາໂຄງການປັບປຸງເສັ້ນທາງເທດສະບານເມືອງວັງວຽງຄືນໃຫມ່

Oct 21, 2024

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 17 ຕຸລາ 2024 ທີ່ເມືອງວັງວຽງ, ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ດາວເຮືອງ ນັນທາວົງ, ຮອງເຈົ້າແຂວງໆວຽງຈັນ,
ໂຄງການປັບປຸງເສັ້ນທາງພາຍໃນເທດສະບານຄືນໃຫມ່ ພາຍໃນຕົວເມືອງວັງວຽງ ແມ່ນກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກົມພັດທະນາການທ່ອງທ່ຽວ, ໂຄງການພັດ ທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸ ພາກ ພື້ນແມ່ນຳ້ຂອງໄລຍະ2 ເປັນເຈົ້າຂອງໂຄງການ ແລະ ລັດວິສາຫະ ກິດກໍ່ສ້າງທາງເລກ 8, ບໍລິສັດແອວບີດີ ກໍ່ສ້າງເຄຫາສະຖານ ແລະ ຂົວທາງ ຈອຍເວັນເຈີ ເປັນຜູ້ຮັບເຫມົາກໍ່ສ້າງ
ໂຄງການດັ່ງກ່າວຈະໄດ້ປັບປຸງເສັ້ນທາງພາຍໃນເທດສະບານເມືອງ 11 ເສັ້ນ, ຄວາມຍາວປະມານ 5.294 ແມັດ, ຈະເລີ່ມລົງມືກໍ່ສ້າງ ໃນວັນທີ 1 ພະຈິກ 2024 ແລະ ຄາດວ່າຈະໃຫ້ສຳເລັດໃນວັນທີ 31 ມັງກອນ 2026 ໃຊ້ເວລາໃນການກໍ່ສ້າງທັງຫມົດ 15 ເດືອນ.