ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊັນສັນຍາໂຄງການສໍາປະທານດິນລັດຄຸ້ມຄອງ ຢູ່ແຄມອ່າງນໍ້າງື່ມ 1 ເພື່ອພັດທະນາເປັນແຫລ່ງທ່ອງທ່ຽວ

Jul 29, 2024

ໃນຕອນເຊົ້າວັນທີ 26 ກໍລະກົດ 2024 ຜ່ານມານີ້ ຢູ່ຫ້ອງປະຊຸມ ຫ້ອງການແຜນການ ແລະ ການລົງທຶນ ເມືອງ ທຸລະຄົມ ແຂວງວຽງຈັນ ໄດ້ຈັດພິທີເຊັນສັນຍາໂຄງການສໍາປະທານດິນລັດຄຸ້ມຄອງຈໍານວນ 1,2 ເຮັກຕາ ຢູ່ແຄມອ່າງນໍ້າງື່ມ 1 ບ້ານ ນາເພີຍ ເມືອງທຸລະຄົມ, ແຂວງວຽງຈັນ ເພື່ອດໍາເນີນກິດຈະການທ່ອງທ່ຽວທໍາມະຊາດ, ເຮືອນພັກ ແລະ ຮ້ານອາຫານ ລະຫວ່າງ ອົງ ການປົກຄອງເມືອງທຸລະຄົມ ຕາງໜ້າໂດຍ ຫ້ອງການແຜນການ ແລະ ການລົງທຶນ ເມືອງ ກັບ ບໍລິສັດ ຫຼວງປະເສີດ ທ່ອງທ່ຽວ ຈໍາກັດຜູ້ດຽວ.
ທ່ານ ບຸນເລີດ ຫຼວງປະເສີດ ໃຫ້ຮູ້ວ່າ: ການເຊັນສັນຍາຄັ້ງນີ້: ທາງບໍລິສັດຕ້ອງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດນະໂຍ ບາຍຂອງຂັ້ນເທິງ ກໍຄືການປະກອບສ່ວນພັດທະນາແຫຼ່ງທ່ອງທ່ຽວຢູ່ເມືອງທຸລະຄົມ ແຂວງວຽງຈັນ, ຊຶ່ງໃນປີ 2024 ນີ້ ເປັນປີທ່ອງທ່ຽວລາວ ເພື່ອໂຄສະນາ, ດຶງດູດ, ສົ່ງເສີມການທ່ອງ ທ່ຽວ ກະຕຸ້ນເສດຖະກິດ ກະຈາຍລາຍໄດ້ສູ່ຊຸມຊົນ; ບໍລິສັດບໍລິສັດ ຫຼວງປະເສີດ ທ່ອງທ່ຽວ ມີປະສົບການ, ຄວາມພ້ອມດ້ານທຶນຮອນ ແລະ ວິຊາການ ເພື່ອຈັດຕັ້ງປະຕິບັດແຜນການຂອງບໍລິສັດວາງອອກໃນແຕ່ລະໄລຍະ ແນໃສ່ປະກອບສ່ວນໃນການສ້າງສາບ້ານເມືອງ, ພັດທະນາການທ່ອງທ່ຽວ, ຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ສປປ ລາວ, ທ່ອງທ່ຽວແຂວງວຽງຈັັນ, ເມືອງທຸລະຄົມໃຫ້ນັບວັນຫຼາຍຂຶ້ນ ປະກອບສ່ວນຍູ້ແຮງເສດຖະກິດຂອງເມືອງຕື່ມອີກ; ເນື້ອທີ່ດິນຈຸດທີ່ໄດ້ຮັບອະນຸມັດໃຫ້ສໍາປະທານນີ້ ມີຄວາມເໝາະສົມ, ມີທ່າແຮງ, ທໍາມະຊາດສວຍສົດງົດງາມ ແລະ ສະພາບອາກາດບໍລີສຸດສົດຊື່ນ ຊຶ່ງຢູ່ຖັດຈາກຮ້ານອາຫານເສືອປ່າຣີເວີໄຊ້ ແລະ ບໍ່ຫ່າງໄກຈາກ ແຫຼ່ງທ່ອງທຽວແດນສະຫວັນນໍ້າງື່ມຣີສອດ ສາມາດມີສ່ວນຮ່ວມການນໍາພາແຂກນັກທ່ອງທ່ຽວໄປມາຫາສູ່ກັນໄດ້ ຈຶ່ງມີຄວາມເໝາະສົມ, ເປັນຈຸດພັກເຊົາ, ພັກຜ່ອນຂອງບັນດານັກທ່ອງທ່ຽວໃນອານາຄົດ.
ພາບ-ຂ່າວ: ແວວເງິນ ກອງມະນີ